spot_img
Homeຂ່າວທ້ອງຖິ່ນ12 ສິງຫາ ລາວມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມອີກ 1 ຄົນ

12 ສິງຫາ ລາວມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມອີກ 1 ຄົນ

Published on

ມາຮອດວັນທີ 11 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2,413 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 202 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 12 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ນະຄອນຫຼວງ 1, ແຂວງວຽງຈັນ 2​ ຄົນ, ສະຫວັນນະເຂດ 6 ຄົນ, ຈຳປາສັກ 2 ຄົນ ແລະ ເຊກອງ 1 ຄົນ (ມີປະຫວັດສຳຜັດໃກ້ຊິດນຳຜູ້ທີ່ຕິດເຊື້ອ ໃນໄລຍະໄປຮ່ວມການອົບຮົມວຽກງານພະຍາດໄຂ້ມາລາເຣຍ ຢູ່ແຂວງສະຫວັນນະເຂດ)

ສ່ວນ ກໍລະນີນໍາເຂົ້າ ມີ 190 ຄົນ ຈາກ ຈຳປາສັກ 118 ຄົນ,​ ນະຄອນຫຼວງ 34 ຄົນ, ສະຫວັນນະເຂດ 27 ຄົນ​, ບໍລິຄຳໄຊ 3​ ຄົນ ແລະ ສາລະວັນ 8​ ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 9,363 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 1 ຈາກແຂວງຈຳປາສັກ) ແລະ ກໍາລັງປິ່ນປົວ ທັງໝົດ 4,087 ຄົນ.

-ກ່ຽວກັບລາຍລະອຽດ ຂອງຜູ້ເສຍຊີວິດ 1 ຄົນ ຈາກແຂວງຈຳປາສັກ ຄືດັ່ງນີ້: ເພດຍິງ, ອາຍຸ 28​ ປີ, ອາຊີບ: ກຳມະກອນ, ບ້ານສົ້ມໂຮງ, ເມືອງໂຂງ, ແຂວງຈຳປາສັກ ເຊິ່ງເປັນແຮງງານທີ່ກັບມາຈາກປະເທດໄທ. ຜູ້ກ່ຽວຖືພາ ອາຍຸຄັນ 5 ເດືອນ.

ປະຫວັດການເຄື່ອນໄຫວ:

  • ວັນທີ 17 ກໍລະກົດ 2021 ຜູ້ກ່ຽວມາຮອດຊາຍແດນວັງເຕົ່າຊ່ອງເມັກ ແລະ ໄດ້ເກັບຕົວຢ່າງຢູ່ດ່ານ ແລະ ນຳສົ່ງໄປສູນຈຳກັດບໍລິເວນ
  • ວັນທີ 19 ກໍລະກົດ 2021​ ຜົນກວດວິເຄາະພົບເຊື້ອ COVID-19 ຈຶ່ງນຳສົ່ງເຂົ້າສະຖານທີ່ປິ່ນປົວທີ່ກຳນົດໄວ້
  • ວັນທີ 1 ສິງຫາ 2021 ເລິ່ມມີອາການໄຂ້, ໄອ ແລະ ຫາຍໃຈຝຶດ
  • ອາການຂອງຜູ້ກ່ຽວ ຊຸດໂຊມລົງເລື້ອຍໆ ຈາກການສ່ອງລັງສີປອດ ເຫັນວ່າເນື້ອປອດ ຖືກທຳລາຍຢ່າງຮູນແຮງທັງສອງຂ້າງ, ໜ້າທີ່ການຂອງຕັບຖືກທຳລາຍ ບົ່ງບອກເຖິງການຕິດເຊື້ອຢ່າງຮຸນແຮງ.
  • ແພດໝໍ, ພະຍາບານ ໄດ້ຕິດຕາມການປິ່ນປົວຢ່າງໃກ້ຊິດ ແຕ່ອາການຜູ້ກ່ຽວບໍ່ດີຂຶ້ນ ມີແຕ່ໜັກໄປໜ້າເລື້ອຍໆ.
  • ໃນວັນທີ 8 ສິງຫາ 2021 ລູກໃນທ້ອງບໍ່ເໜັງຕິງ
  • ວັນທີ 10​ ສິງຫາ 2021 ຜູ້ກ່ຽວອິດເມື່ອຍຫຼາຍ, ຄວາມດັນເລືອດຕ່ຳ ແພດໝໍ ແລະ ພະຍາບານ ໄດ້ສູມທຸກກຳລັງຊ່ວຍຜູ້ກ່ຽວຢ່າງສຸດຄວາມສາມາດ ຈົນຮອດເວລາ 6 ໂມງເຊົ້າຂອງວັນທີ 11 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ແລະຂໍໃຫ້ດວງວິນຍານ ຂອງຜູ້ກ່ຽວໄປສູ່ສູຂະຕິ.

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...