spot_img
Homeນານາສາລະຜົນເສຍຕໍ່ສາຍຕາຂອງການເຮັດວຽກ ແລະ ຮຽນອອນລາຍ ຍາວນານຈົນເກີນໄປ

ຜົນເສຍຕໍ່ສາຍຕາຂອງການເຮັດວຽກ ແລະ ຮຽນອອນລາຍ ຍາວນານຈົນເກີນໄປ

Published on

ນັບຕັ້ງແຕ່ພະຍາດ ໂຄວິດ-19 ລະບາດ, ບ່ອນເຮັດວຽກ, ຫ້ອງການ ສ່ວນໃຫຍ່ ລວມທັງໂຮງຮຽນ ຢູ່ທົ່ວໂລກລ້ວນແຕ່ຕ້ອງໄດ້ໃຊ້ມາດຕາການ Work from home (ການເຮັດວຽກຢູ່ບ້ານ) ແລະ ຮຽນຢູ່ບ້ານ ເພື່ອຫຼຸດຜ່ອນການເດີນທາງ, ຫຼຸດໂອກາດສ່ຽງໃນການຕິດ ແລະ ແຜ່ເຊື້ອ ເຊິ່ງຊ່ວງທໍາອິດ ມາດຕາການນີ້ ໃນຕອນນັ້ນເປັນພຽງໄລຍະສັ້ນເທົ່ານັ້ນ ແຕ່ເມື່ອຕ້ອງປະຕິບັດຢ່າງຕໍ່ເນື່ອງຈົນເກືອບຮອດ 2 ປີເຕັມ ຫຼາຍບ່ອນເຮັດວຽກ ກໍຍັງຕ້ອງໄດ້ປະຕິບັດມາດຕະການນີ້ ເຊິ່ງການເຮັດວຽກຢູ່ບ້ານດົນໆ ກໍໄດ້ສ້າງຜົນເສຍຕໍ່ສຸຂະພາບສາຍຕາໃນໄລຍະຍາວໄດ້ຂອງຜູ້ປະຕິບັດໄດ້.

Work From Home ເຮັດໃຫ້ເວລາໃນການເຮັດວຽກຍາວຂຶ້ນ

ສາເຫດມາຈາກການທີ່ເຮົາເຮັດວຽກຢູ່ບ້ານແມ່ນຕ້ອງໄດ້ໃຊ້ສາຍຕາກັບໜ້າຈໍຄອມຫຼາຍຂຶ້ນ ເຮັດໃຫ້ໄລຍະເວລາຂອງຊ່ວງພັກຜ່ອນບໍ່ມີຄວາມຊັດເຈນ ໂດຍພົບວ່າການເຮັດວຽກຢູ່ບ້ານ ແມ່ນຈະມີຊ່ວງພັກໜ້ອຍກວ່າການເຮັດວຽກຢູ່ຫ້ອງການ ແລະ ເມື່ອເວລາມີປະຊຸມຜ່ານໜ້າຈໍ ຈະເຮັດໃຫ້ລະສາຍຕາຈາກຄອມພິວເຕີບໍ່ໄດ້ ຈົນເກີດໂລກທາງສາຍຕາຂຶ້ນມາ.

ສ່ວນອາການຕາລ້າຈະເກີດຈາກການເຮັດວຽກໃນສະພາບແວດລ້ອມທີ່ມີແສງບໍ່ພຽງພໍ ການກຶ້ງຕາອ່ານໜັງສືທີ່ມີຂະໜາດນ້ອຍ ຫຼື ໜ້າຈໍທີ່ີມີຂະໜາດນ້ອຍເກີນໄປ ໂດຍພົບວ່າຄົນທີ່ເຮັດວຽກກັບໜ້າຈໍທີ່ມີຄວາມສະຫວ່າງຫຼາຍເກີນໄປ ຈະມີແນວໂນ້ມທີ່ຈະເກີດອາການເບິ່ງເຫັນເງົາດໍາລອຍໄປມາໄດ້ຫຼາຍທີ່ສຸດ.

 

ຜົນກະທົບຕໍ່ນັກຮຽນ ແລະ ນັກສຶກສາ

ຮອງປະທານສະມາຄົມຜູ້ຊ່ຽງຊານທາງດ້ານສາຍຕາປະເທດສິງກະໂປ ລະບຸວ່າ ເດັກນ້ອຍ ແລະ ຊາວໜຸ່ມ ມີບັນຫາທາງດ້ານສາຍຕາເພີ່ມຂຶ້ນ ຈົນຕ້ອງໃສ່ແວ່ນເພີ່ມຈໍານວນໜຶ່ງ ເຊິ່ງສ່ວນໜຶ່ງແມ່ນເກີດມາຈາກການຮຽນອອນລາຍເປັນເວລາດົນ ເຊິ່ງເຮັດໃຫ້ເດັກນ້ອຍນັກຮຽນ ຢູ່ກັບໜ້າຈໍຄອມຫຼາຍຂຶ້ນຈົນສາຍຕາເພີ່ມຫຼາຍຂຶ້ນອີກດ້ວຍ.

ເຮົາຈະມີວິທີປົກປ້ອງສາຍຕາແນວໃດ?

ຜູ້ຊ່ຽວຊານໄດ້ໃຫ້ຄໍາແນະນໍາວ່າ ການພັກສາຍຕາ ແລະ ກະພິບຕາຫຼາຍໆເທື່ອ ລວມໄປເຖິງການຈັດວາງອຸປະກອນອິເລັກໂທນິກໃຫ້ຖືກບ່ອນ ລ້ວນແຕ່ຊ່ວຍປົກປ້ອງສາຍຕາໄດ້ ໂດຍການພັກສາຍຕາຈາກໜ້າຈໍ ດ້ວຍການເບິ່ງໄກໆຢ່າງໜ້ອຍ 3 ແມັດ ເປັນເວລາ 20 ວິນາທີເຖິງ 20 ນາທີ.

ດຣ.ເວສລີ ຊົງ ແນະນໍາວ່າ ການຕັ້ງໜ້າຈໍຄອມ 5-40 ອົງສາ ຕໍ່າກວ່າລະດັບສາຍຕາຂອງຕົນເອງ ແລະ ຕັ້ງໜ້າຈໍໃຫ້ຫ່າງອອກໄປ 0,61 ແມັດ ຈະເປັນລະດັບທີ່ເໝາະສົມ ແລະ ສະບາຍຕາ, ລໍາຄໍ ຫຼາຍທີ່ສຸດ ແລະ ຄວນພາຕົນເອງອອກໄປຍືດເສັ້ນຍືດສາຍພ້ອມ.

ດຣ.ນາຕາຊາ ລິມ ເຈົ້າຂອງຄຣີນິກສາຍຕາ ລະບຸວ່າ ເມື່ອເຮົາໃຊ້ຄອມພິວເຕີ ຫຼື ໂທລະສັບ ອັດຕາການການກະພິບຕາຈະຫຼຸດລົງຈາກປົກກະຕິທຸກໆ 15 ວິນາທີ ກາຍມາເປັນ 2-3 ນາທີແທນ, ດັ່ງນັ້ນ ຄົນທີ່ຕ້ອງນັ່ງເຮັດວຽກກັບຈໍູຄອມເປັນດວລາດົນ ຄວນເຕືອນຕົວເອງໃຫ້ກະພິບຕາຢູ່ເລື້ອຍໆ ລວມທັງຄວນໃຊ້ນໍ້າຕາທຽມຢອດຕາເພື່ອເີ່ມຄວາມຊຸມຊື່ນ ແລະປັກປ້ອງກະຈົກຕາ ເພາະການທີ່ປ່ອຍໃຫ້ຕາແຫ້ງ ຈະເຮັດໃຫ້ເບິ່ງເຫັນພາບຊ້ອນໄດ້.

ທີ່ມາ ໄທຣັດ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...