spot_img
Homeຂ່າວຕ່າງປະເທດສະຫະປະຊາຊາດໄດ້ລາຍງານເຖິງສະພາບອາກາດທີ່ມີການປ່ຽນແປງ ເຊິ່ງອາດເປັນສັນຍານເຕືອນໄພໃຫ້ມະນຸດກຽມພ້ອມຮັບມື

ສະຫະປະຊາຊາດໄດ້ລາຍງານເຖິງສະພາບອາກາດທີ່ມີການປ່ຽນແປງ ເຊິ່ງອາດເປັນສັນຍານເຕືອນໄພໃຫ້ມະນຸດກຽມພ້ອມຮັບມື

Published on

ເວັບໄຊ້ BBC Thai ໄດ້ລາຍງານວ່າ: ຄະນະກໍາມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບພູມອາກາດ (IPCC) ຂອງອົງການສະຫະປະຊາຊາດໄດ້ເປີດເຜີຍເຖິງບົດລາຍງານທີ່ເປັນຜົນສະຫຼຸບຂອງການສຶກສາຄົ້ນຄວ້າເລື່ອງຄວາມປ່ຽນແປງຂອງສະພາບແວດລ້ອມ ແລະ ພູມອາກາດຂອງໂລກໃນໄລຍະທີ່ຜ່ານມາ ລວມທັງມີການນຄາດຄະເນແນວໂນ້ມຂອງສະພາບອາກາດທີ່ຈະເກີດຂຶ້ນໃນອະນາຄົດ ໂດຍພົບວ່າມະນຸດເກືອບທີ່ຈະບໍ່ມີຄວາມຫວັງໃນການແກ້ໄຂບັນຫາໂລກຮ້ອນທີ່ຈະເກີດຂຶ້ນ.

ການລາຍງານດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າກິດຈະກໍາຕ່າງໆຂອງມະນຸດໄດ້ເຮັດໃຫ້ໂລກເກີດຄວາມປ່ຽນແປງຢ່າງໃຫຍ່ຫຼວງແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນຮອບຫຼາຍພັນປີທີ່ຜ່ານມາ ເຊິ່ງຜົນກະທົບທີ່ເກີດຂຶ້ນຫຼາຍປະການນັ້ນອາດບໍ່ສາມາດແກ້ໄຂໃຫ້ກັບຄືນສູ່ສະພາບເກົ່າໄດ້ອີກ.

ໃນຊ່ວງ 5 ປີທີ່ຜ່ານມາ ໂລກມີສະພາບອາກາດຮ້ອນຈົນທໍາລາຍສະຖິຕິໂລກສູງທີ່ສຸດທີ່ເຄີຍບັນທຶກໄວ້ນັບຕັ້ງແຕ່ 170 ປີກ່ອນ ລວມທັງຄື້ນຄວາມຮ້ອນ ແລະ ສະພາບອາກາດຮ້ອນຮຸນແຮງເພີ່ມຂຶ້ນເລື້ອຍໆ ໃນຂະນະທີ່ສະພາບອາກາດເຢັນກໍາລັງຄ່ອຍໆໝົດໄປ. ສິ່ງທີ່ຈະເກີດຂຶ້ນຢ່າງແນ່ນອນໃນອະນາຄົດອີກປະການໜຶ່ງກໍຄືເຂດອາກຕິກຈະບໍ່ມີນໍ້າກ້ອນໃນຊ່ວງລະດູຮ້ອນ ເຊິ່ງເຫດການນີ້ຈະເກີດຂຶ້ນຢ່າງໜ້ອຍໜຶ່ງຄັ້ງກ່ອນທີ່ຈະຮອດປີ 2050. ສະພາບອາກາດຈະມີການຜັນປ່ຽນເຊັ່ນຝົນຕົກໜັກຈົນນໍ້າຖ້ວມ ແລະ ໄພແຫ້ງແລ້ງຢ່າງຮຸນແຮງແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.

ທີມນັກວິທະຍາສາດຜູ້ເຮັດບົດລາຍງານຂອງ IPCC ໄດ້ສະແດງຄວາມຄິດເຫັນວ່າ ເຖິງແມ່ນວ່າສະພາບອາກາດໂດຍທົ່ວໄປຈະບໍ່ດີເທົ່າທີ່ຄວນ ແຕ່ກໍຍັງມີຄວາມຫວັງວ່າປະເທດຕ່າງໆຈະຫຼຸດການປ່ອຍກາສເຮືອນແກ້ວໃຫ້ໜ້ອຍລົງໄດ້ເຄິ່ງໜຶ່ງພາຍໃນປີ 2030 ເຊິ່ງມີຄວາມເປັນໄປໄດ້ວ່າເມື່ອຮອດຈຸດດັ່ງກ່າວອຸນຫະພູມໂລກຈະບໍ່ເພີ່ມສູງຂຶ້ນອີກຕໍ່ໄປ ແລະ ມີໂອກາດທີ່ຈະເຮັດໃຫ້ໂລກເຢັນລົງ.

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...