spot_img
Homeຂ່າວພາຍ​ໃນບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 05 ສິງຫາ 2021

ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 05 ສິງຫາ 2021

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 7.511 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 206 ຄົນ, ເສຍຊີວິດສະສົມທັງໝົດ 07 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 3.696 ຄົນ.

ໃນວັນທີ 04 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2.392 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 206 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 19 ຄົນຈາກ ແຂວງນະຄອນຫຼວງວຽງຈັນ 03 ຄົນ, ບໍ່ແກ້ວ 12 ຄົນ ແລະ ຈໍາປາສັກ 04 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າ ຈໍານວນ 187 ຄົນ ຈາກ ນະຄອນຫລວງວຽງຈັນ 50 ຄົນ, ແຂວງວຽງຈັນ 01 ຄົນ, ບໍລິຄໍາໄຊ 04 ຄົນ, ສະຫວັນນະເຂດ 74 ຄົນ, ຈໍາປາສັກ 50  ຄົນ ແລະ ສາລະວັນ 08 ຄົນ.

ສຳລັບ ຜູ້ຕິດເຊື້ອໃໝ່ 3 ຄົນ ຢູ່ນະຄອນຫຼວງວຽງຈັນ, ລາຍລະອຽດ ມີດັ່ງນີ້:

  • 1 ຄົນ ແມ່ນພະນັກງານຢູ່ສູນຈຳກັດບໍລິເວນ.
  • 1 ຄົນ ແມ່ນສັນຊາດ ຫວຽດນາມ ກວດພົບເຊື້ອກ່ອນເດີນທາງກັບປະເທດ, ເປັນເພດຊາຍ ອາຍຸ 30 ປີ,​ ຜູ້ກ່ຽວເດີນທາງມາຈາກ ສສ ຫວຽດນາມ ໃນໄລຍະວັນທີ 7-8 ກໍລະກົດ 2021 ມາຮອດແຂວງບໍ່ແກ້ວ ວັນທີ 9-10 ກໍລະກົດ ແລະ ໄດ້ເຮັດວຽກຢູ່ແຂວງບໍ່ແກ້ວ (ບໍ່ຮູ້ຢູ່ບ່ອນໃດ). ວັນທີ 4 ສິງຫາ 2021 ເວລາ 10 ໂມງເຊົ້າ ເດີນທາງມານະຄອນຫຼວງວຽງຈັນ ນຳກັນ​ 20 ຄົນ. ເມື່ອມາຮອດຄິວລົດສາຍເໜືອ ຜູ້ກ່ຽວ ໄດ້ເດີນທາງໄປກວດວິເຄາະ ຢູ່ ສວລ ກ່ອນເດີນທາງກັບປະເທດ ແລະ ຜົນກວດແມ່ນພົບເຊື້ອ.
  • ສ່ວນອີກ 1 ຄົນອອກຈາກສູນຈຳກັດບໍລິເວນ ພາຍຫຼັງສິ້ນສຸດການຈຳກັດບໍລິເວນ 14 ວັນ.

ສ່ວນຜູ້ຕິດເຊື້ອໃໝ່ 4 ຄົນ ຢູ່ແຂວງຈຳປາສັກ,​ ໃນນັ້ນ 2 ຄົນ ເປັນພະນັກງານຢູ່ດ່ານວັງເຕົ່າ, 1 ຄົນເປັນພະນັກງານອະນາໄມຂ້າເຊື້ອ ແລະ 1 ຄົນແມ່ນເປັນຄົນໃນຄອບຄົວຂອງພະນັກງານອະນາໄມຂ້າເຊື້ອ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...