spot_img
Homeຂ່າວເຫດການສະຫລອງວັນສ້າງຕັ້ງອົງການສະຫະປະຊາຊາດຄົບຮອບ 69 ປີ

ສະຫລອງວັນສ້າງຕັ້ງອົງການສະຫະປະຊາຊາດຄົບຮອບ 69 ປີ

Published on

UN celebrate

 

ໃນວັນທີ 24 ຕຸລານີ້ ຢູ່ສຳນັກງານອົງການສະຫະປະຊາຊາດປະຈຳລາວ ຢູ່ນະຄອນຫລວງວຽງຈັນ ໄດ້ຈັດງານສະ

ເຫລີມສະຫລອງວັນສ້າງຕັ້ງ ອົງການສະ ຫະປະຊາຊາດຄົບຮອບ 69 ປີ (1945-2014) ຂຶ້ນ, ໂດຍ ການເຂົ້າຮ່ວມ

ຂອງທ່ານທ່ານ ສຈ.ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ, ທ່ານ ສະເຫລີມໄຊ

ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງ ປະ ເທດພ້ອມດ້ວຍພະນັກງານຂັ້ນ ສູງຈາກສຳນັກງານ

ອົງການລັດຖະບານ, ທູ ຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆປະຈຳລາວກໍໄດ້ເຂົ້າຮ່ວມເປັນຈຳ

ນວນຫລາຍ.

 

ໃນໂອກາດນີ້, ຜູ້ປະສານງານອົງການສະຫະປະຊາຊາດປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີຕໍ່ລັດຖະບານລາວ

ທີ່ມີຄວາມພະຍາຍາມສູງໃນການພັດທະນາປະເທດຊາດໃຫ້ເຕີບໃຫຍ່ເຂັ້ມແຂງ ນັບຕັ້ງແຕ່ເຂົ້າເປັນສະມາຊິກອົງ

ການສະ ຫະປະຊາຊາດ ໃນປີ 1955 ເປັນຕົ້ນມາ. ນອກນັ້ນ ສປປ ລາວ ປະກອບສ່ວນເຂົ້າໃນພາລະກິດລວມຂອງ

ໂລກ, ເພື່ອບັນລຸເປົ້າໝາຍສະຫັດສະຫວັດດ້ານການ ພັດທະນາ ແລະ ໄດ້ປະສົບຜົນສຳເລັດຫລາຍດ້ານຢ່າງໜ້າ

ເພິ່ງພໍໃຈ ແລະ ຄຽງຄູ່ກັນນັ້ນ ອົງການສະຫະປະຊາຊາດຍັງໄດ້ໃຫ້ການສະໜັບສະໜູນສົ່ງເສີມການຂະຫຍາຍຕົວ

ແບບຍືນຍົງ ແລະ ຮອບດ້ານ, ຍົກລະດັບ ການຕອບສະໜອງສິ່ງທີ່ຈຳເປັນໃຫ້ແກ່ປະຊາຊົນລາວນັບແຕ່ທ້າຍປີ

1950 ເປັນຕົ້ນມາ, ທ່ານຜູ້ປະສານງານອົງການສະຫະ ປະຊາຊາດກ່າວວ່າ: ຈະສືບຕໍ່ຮ່ວມເຮັດວຽກໃນພາລະກິດ

ຂອງອົງການສະຫະປະຊາຊາດ ເພື່ອນຳມາເຊິ່ງຜົນປະໂຫຍດຕໍ່ ສປປ ລາວ ແລະ ພົນລະເມືອງລາວຫລາຍຂຶ້ນ.

 

ວັນສ້າງຕັ້ງອົງການສະຫະປະຊາຊາດເປັນຂີດໝາຍແຫ່ງການຈັດຕັ້ງປະຕິບັດ ທຳມະນູນຂອງອົງການສະຫະປະຊາ

ຊາດ ໃນປີ 1954 ອົງການດັ່ງກ່າວໄດ້ ຖືກກໍ່ຕັ້ງຂຶ້ນຢ່າງເປັນທາງການດ້ວຍການໃຫ້ສັດຕະຍາບັນໃນການກໍ່ຕັ້ງຂອງ

ບັນດາປະເທດ ສະມາຊິກລວມທັງສະມາຊິກຖາວອນສະພາຄວາມໝັ້ນຄົງທັງ 5 ປະເທດ, ໂດຍມີຈຸດປະສົງເພື່ອໃຫ້

ທຸກໆປະເທດໃນໂລກມີ ຄວາມສາມັກຄີກັນ, ເຮັດວຽກຮ່ວມກັນເພື່ອສັນຕິພາບ ແລະ ຄວາມກ້າວ ໜ້າຂອງໂລກ.

ໂດຍອີງໃສ່ຫລັກການຄວາມຍຸຕິທຳ, ເຄົາລົບກຽດສັກສີຂອງມະນຸດ ແລະ ຄວາມຢູ່ເຢັນເປັນສຸກຂອງມວນມະນຸດ

ໃນໂລກ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...