spot_img
Homeຂ່າວຕ່າງປະເທດໄທເປີດຂະບວນລົດໄຟພິເສດຖ້ຽວທຳອິດຈັດສົ່ງຜູ້ປ່ວຍໂຄວິດກັບບ້ານເກີດ

ໄທເປີດຂະບວນລົດໄຟພິເສດຖ້ຽວທຳອິດຈັດສົ່ງຜູ້ປ່ວຍໂຄວິດກັບບ້ານເກີດ

Published on

ສຳນັກຂ່າວ Bangkok Post ລາຍງານ: ລົດໄຟຂະບວນພິເສດຖ້ຽວທຳອິດ, ເລກທະບຽນ 971 ເຊິ່ງບັນທຸກຜູ້ປ່ວຍໂຄວິດ-19 ທີ່ມີອາການເລັກໜ້ອຍຫາປານກາງຈຳນວນ 135 ຊີວິດ ໄດ້ມຸ່ງໜ້າອອກຈາກສະຖານີລົດໄຟຣັງສິດ, ກຸງເທບມະຫານະຄອນ ໃນຕອນບ່າຍຂອງວັນທີ 28 ເພື່ອຈັດສົ່ງຜູ້ປ່ວຍໂຄວິດກັບບ້ານເກີດໃນບັນດາແຂວງທາງພາກຕາເວັນອອກສ່ຽງເໜືອຕອນລຸ່ມຂອງປະເທດໄທ.

ທ່ານ ອະນຸທິນ ຊານວິຣະກຸນ, ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: ແຕ່ລະຕູ້ໂດຍສານຂອງລົດໄຟ ແມ່ນບັນຈຸຜູ້ປ່ວຍຈຳນວນ 36 ຄົນ ໂດຍມີການປະຕິບັດຕາມມາດຕະການຮັກສາໄລຍະຫ່າງ ພາຍໃຕ້ການດູແລຂອງທ່ານໝໍ ແລະ ພະຍາບານ 12 ຄົນທີ່ປະຈຳການຢູ່ໃນຂະບວນລົດໄຟ, ຂະນະທີ່ລົດໄຟຖ້ຽວນີ້ຈັດເປັນຂະບວນພິເສດຖ້ຽວທຳອິດ ເພື່ອຂົນສົ່ງກຸ່ມຜູ້ປ່ວຍໂຄວິດທີ່ຕ້ອງການເດີນທາງກັບບ້ານເກີດຂອງຕົນ.

ຢ່າງໃດກໍຕາມ, ບໍ່ມີການລາຍງານກ່ຽວກັບຄ່າໃຊ້ຈ່າຍໃນການຂົນສົ່ງນີ້ ເຊິ່ງລົດໄຟຂະບວນດັ່ງກ່າວມີກຳນົດຈັດສົ່ງຜູ້ປ່ວຍໂຄວິດທີ່ນະຄອນຣາດຊະສີມາ, ບູຣິຣັມ, ລຳຊີ ໃນສຸຣິນ, ໜອງແວງໃນສີສະເກດ, ແລະ ວາຣິນ ຊຳຣາບໃນແຂວງອຸບົນ ຣາດຊະທານີ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...