spot_img
Homeຂ່າວຕ່າງປະເທດທະຫານມຽນມາໄລ່ຈັບແພດໝໍ ພ້ອມທັງຈໍາກັດການຂາຍອອກຊີເຈນໃຫ້ແກ່ປະຊາຊົນ

ທະຫານມຽນມາໄລ່ຈັບແພດໝໍ ພ້ອມທັງຈໍາກັດການຂາຍອອກຊີເຈນໃຫ້ແກ່ປະຊາຊົນ

Published on

ວັນທີ 22 ກໍລະກົດ 2021 ສໍານັກຂ່າວ CNN ໄດ້ລາຍງານວ່າ ແພດໝໍ ແລະ ກຸ່ມອາສາສະໝັກຫຼາຍຄົນໃນມຽນມາ ໄດ້ອອກມາເປີດເຜີຍວ່າ ລະບົບສາທາລະນະສຸກຂອງປະເທດກໍາລັງຖອຍຫຼັງລົງເລື້ອຍໆ ໝໍ ແລະ ເຈົ້າໜ້າທີ່ສາທາລະນະສຸກ ສ່ວນໃຫຍ່ແມ່ນໄດ້ຮ່ວມໂຕກັນຢຸດວຽກເພື່ອປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ພ້ອມທັງຖືກບີບໃຫ້ຕ້ອງລີ້ແອບ ເພື່ອໜີຈາກການໂຈມຕີ ແລະ ການຈັບກຸມຂອງລົດຖະບານ.

ກຸ່ມແພດຍັງກ່າວເຖິງລັດຖະບານວ່າ ກໍາລັງໃຊ້ການລະບາດຂອງໂຄວິດ-19 ໃນປະເທດເປັນອາວຸດ ໃນການຕໍ່ຕ້ານປະຊາຊົນ ຈໍາກັດການຂາຍ ອອກຊີເຈນແກ່ສັງຄົມ ອ້າງວ່າເພື່ອປ້ອງກັນການກັກຕຸນ ແລະ ປະຕິເສດຮັບຄົນເຈັບເຂົ້າໂຮງໝໍທີທະຫານເປັນຜູ້ດູແລ ທ່າມກາງການລະບາດຢ່າງຮຸນແຮງຂອງ ໂຄວິດ-19 ລາມໄປສູ່ເຮືອນຈໍາຕ່າງໆ ລວມໄປເຖິງເຮືອນຈໍາທີ່ຄຸມຂັງຜູ້ປະທ້ວງຕໍ່ຕ້ານລັດຖະປະຫານອີກດ້ວຍ.

ຂະນະທີ່ຄົນເຈັບເຊິ່ງກໍງລັງມີຄວາມຢ້ານ ເລີຍເລືອກທີ່ຈະຮັກສາໂຕຢູ່ທີ່ບ້ານ ແທນທີຈະໄປໂຮງໝໍແລ້ວຖືກປະຕິເສດ ເນື່ອງຈາກໂຮງໝໍກໍາລັງຂາດແຄນອອກຊີເຈນ, ອຸປະກອນການແພດ, ຕຽງຄົນເຈັບ ແລະ ບຸກຄະລາກອນການແພດຍັງບໍ່ພຽງພໍຕໍ່ການດູແລຄົນເຈົບອີກດ້ວຍ

ທີ່ຜ່ານມາ, ລັດຖະບານທະຫານໄດ້ມີການປະຕິເສດເຮື່ອງການຂາດແຄນອອກຊີເຈນມາໂດຍຕະຫຼອດ ກ່ອນຈະອອກມາຍອມຮັບວ່າ ກໍາລັງສົ່ງອອກ ອອກຊີເຈນ ໄປທີ່ໂຮງໝໍຕ່າງໆ ທົ່ວປະເທດ, ສ້າງສູນຮັບຜູ້ຕິດເຊື້ອໂຄວິດ-19 ກັບໂຮງງານຜະລິດອອກຊີເຈນ ແລະ ວ່າຄົນເຈັບສາມາດເຂົ້າເຖິງການຮັກສາໄດ້ຫຼາຍຂຶ້ນ ແຕ່ປະຊາຊົນທ້ອງຖິ່ນລາຍໜຶ່ງໄດ້ກ່າວວ່າ ສະຖານະການພື້ນທີ່ໃນຄວາມເປັນຈິງບໍ່ໄດ້ເປັນແບບນັ້ນ, ຄອບຄົວຂອງເຂົາຕິດເຊື້ອໂຄວິດ-19 ທັງໝົດ 9 ຄົນ ແຕ່ບໍ່ມີໃຜເລີຍທີ່ໄດ້ຮັບອອກຊີເຈນ ຫຼື ໄດ້ເຂົ້າປິ່ນປົວໃນໂຮງໝໍ

ເມື່ອອາທິດທີ່ຜ່ານມາ, ລັດຖະບນມຽນມາ ອອກໝາຍຈັບແພດໝໍຍ້ອນຫຼັງ ເຖິງ 240 ກໍລະນີ ຈໍານວນ 500 ສະບັບ, ຂະນະທີ່ແພດໝໍ ເຊິ່ງຖືກບີບໃຫ້ລີ້ແອບ ເພື່ອຫຼົບໜີຈາກການຈັບກຸມ ໄດ້ຈັດຕັ້ງຄຣີນິກໃຕ້ດິນ ແລະ ມີບໍລິການໃຫ້ຄໍາປຶກສາອອກລາຍ ເພື່ອຕອບຮັບຄວາມຊ່ວຍເຫຼືອຂອງຄົນເຈັບຈໍານວນຫຼາຍຮ້ອຍຄົນຜ່ານ ແອັບພິເຄຊັ່ນ ທີ່ສື່ສານກັນຜ່ານວິດີໂອ ແລະ ຮັກສາຄົນເຈັບບໍ່ຕໍ່າກວ່າ 150 ຄົນ ຕໍ່ມື້.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...