Homeຂ່າວຕ່າງປະເທດວັກຊີນ ໄຟເຊີ້-ໄບອອນເທັກ ເຊັນສັນຍາຊື້ຂາຍ mRNA 20 ລ້ານໂດສ ກັບກົມຄວບຄຸມພະຍາດປະເທດໄທ

ວັກຊີນ ໄຟເຊີ້-ໄບອອນເທັກ ເຊັນສັນຍາຊື້ຂາຍ mRNA 20 ລ້ານໂດສ ກັບກົມຄວບຄຸມພະຍາດປະເທດໄທ

Published on

ວັນທີ 20 ກໍລະກົດ 2021 ສໍານັກຂ່າວ BBC NEWS ລາຍງານວ່າ ບໍລິສັດ Pfizer (ປະເທດໄທ) ຈຳກັດ ແລະ ບໍລິສັດ Bion Tech ໄດ້ປະກາດສັນຍາກັບກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ໃຫ້ຈັດສົ່ງວັກຊີນໂຄວິດ-19 ຈໍານວນ 20 ລ້ານໂດສ ສໍາລັບປີ 2021 ໃຫ້ແກ່ປະເທດໄທ. ໂດຍມີແຜນການທີ່ຈະຈັດສົ່ງໃນໄຕມາດທີ 4 ຂອງປີນີ້.

ການເຊັນສັນຍາດັ່ງກ່າວໄດ້ຖືກຢືນຢັນໂດຍຖະແຫຼງການຈາກບໍລິສັດ Pfizer (ປະເທດໄທ) ຈຳກັດ ໃນວັນທີ 20 ກໍລະກົດ, ແຕ່ບໍລິສັດບໍ່ໄດ້ແຈ້ງລາຄາ ແລະ ມູນຄ່າການຊື້ຂາຍ. ໂດຍລະບຸພຽງວ່າ ມີຄວາມຕ້ອງການຕາມເວລາສົ່ງ ແລະ ຈຳນວນຢາທີ່ສັ່ງ. ສຳ ລັບການນຳໃຊ້ໃນສະຖານະການສຸກເສີນ ທີ່ໄດ້ລົງທະບຽນເປັນປົກກະຕິ ໂດຍອົງການອາຫານແລະຢາໃນວັນທີ 24 ມິຖຸນາ.

“ພວກເຮົາດີໃຈທີ່ໄດ້ເຊັນສັນຍາທີ່ສຳຄັນນີ້ກັບລັດຖະບານແຫ່ງລາດຊະອານາຈັກໄທ ເຊິ່ງເປັນຕົວແທນໃຫ້ຄຳໝັ້ນສັນຍາຮ່ວມກັນ ໃນການພະຍາຍາມຫຼຸດຜ່ອນການຕິດເຊື້ອໃນປະເທດ. ສັນຍາດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ຂອງ Pfizer ໃນການສະໜອງ ວັກຊີນທີ່ປອດໄພ ແລະ ມີປະສິດທິຜົນ ຕໍ່ກັບ ໂຄວິດ-19 ສິ່ງນີ້ ຍັງຈະຊ່ວຍເພີ່ມການເຂົ້າເຖິງວັກຊີນ ໂຄວິດ-19 ຂອງປະຊາຊົນທົ່ວໂລກ” Debbrah Seifert ຜູ້ຈັດການທົ່ວໄປຂອງ Pfizer Thailand ແລະ Indochina ກ່າວ.

Pfizer ແລະ Biotech ມີຈຸດປະສົງເພື່ອຜະລິດຢາວັກຊີນ ໂຄວິດ-19 ປະມານ 3 ຕື້ໂດລາ ທົ່ວໂລກ ໃນປີ 2021 ໂດຍການປັບປຸງຂັ້ນຕອນການຜະລິດຢ່າງຕໍ່ເນື່ອງ ແລະ ຂະຫຍາຍຄວາມສາມາດໃນການຜະລິດທີ່ມີຢູ່ຂອງພວກເຮົາ ລວມທັງການເພີ່ມຜູ້ຜະລິດໃໝ່ ແລະ ຄູ່ຮ່ວມສັນຍາໃນອະນາຄົດ.

ນາຍົກລັດຖະມົນຕີໄທ ທ່ານ ພົນເອກ ປະຍຸດ ຈັນໂອຊາ ຮຽກຮ້ອງໃຫ້ປະຊາຊົນມີຄວາມອົດທົນ ພ້ອມທັງກ່າວຕື່ມວ່າ ວັກຊີນຂອງໄຟເຊີ້-ໄບໂອເທັກ ນີ້ຈະເຂົ້າມາເສີມແຜນກະຈາຍວັກຊີນຂອງປະເທດໄທ ຮ່ວມກັບວັກຊີນຫຼັກຂອງບໍລິສັດ AstraZeneca ທີ່ໄທໄດ້ສັ່ງຊື້ໄປແລ້ວ ຈໍານວນ 61 ລ້ານໂດສ ແລະ ວັກຊີນຈາກບໍລິສັດອື່ນໆ ທີ່ຈະທະຍອຍສົ່ງມອບໃຫ້ໃນປາຍປີນີ້ ແລະ ຕົ້ນປີໜ້າ ລວມເຖິງວັກຊີນທີ່ຜະລິດໂດຍໜ່ວຍງານຂອງໄທອີກຍ່າງນ້ອຍ 3 ຊະນິດ ແລະ ວັກຊີນຊະນິດໃໝ່ໆ ເຊັ່ນ Protein Subunit ທີ່ທາງໜ່ວຍງານທີ່ກ່ຽວຂ້ອງກໍາລັງເຈລະຈາຢູ່ກັບຫຼາຍບໍລິສັດ ແລະ ຈະສັ່ງຊື້ໃນທັນທີທີ່ເຈລະຈາໄດ້ສໍາເລັດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...