Homeຂ່າວເຫດການແຈ້ງການ !! ຫ້າມຈໍາໜ່າຍຫວຍຜ່ານທາງແອບພລິເຄຊັນ

ແຈ້ງການ !! ຫ້າມຈໍາໜ່າຍຫວຍຜ່ານທາງແອບພລິເຄຊັນ

Published on

ເນື່ອງຈາກມີກະແສເກີດຂຶ້ນຫຼາຍກ່ຽວກັບການຈໍາໜ່າຍຫວຍຜ່ານທາງແອບພລິເຄຊັນ ເຮັດໃຫ້ບໍລິສັດລັດ ວິສາຫະກິດ ຫວຍພັດທະນາໄດ້ອອກແຈ້ງການມາຍັງທ່ານຊາບວ່າ: ການເຄື່ອນໄຫວຈໍາໜ່າຍຫວຍພັດທະນານະຄອນຫຼວງວຽງຈັນເລກ 4 ໃນໄລຍະຜ່ານມາເຫັນວ່າມີຄວາມເອົາໃຈໃສ່ໃນການປະຕິບັດລະບຽບການຈໍາໜ່າຍໄດ້ດີ, ມີປະສິດທິຜົນດີ, ປະກອບສ່ວນສ້າງລາຍຮັບໃຫ້ແກ່ງົບປະມານຂອງລັດຂັ້ນສູນກາງ ແລະ ທ້ອງຖິ່ນ ມີລັກສະນະເພິ່ມຂຶ້ນຫຼາຍສົມຄວນ, ເນື່ອງຈາກໃນປີ 2021 ເປັນຕົ້ນມາ ຜ່ານການຕິດຕາມກວດກາການເຄື່ອນໄຫວຂອງຕົວແທນ ໄດ້ພົບເຫັນການຈໍາໜ່າຍຫວຍຂາຍຜ່ານແອບພລິເຄຊັນຂອງເຄືອຂ່າຍໂທລະຄົມ (U-money), ທະນາຄານການຄ້າຕ່າງປະເທດ (BCEL One) ແລະ ຊ່ອງທາງອື່ນໆ ທີ່ຍັງບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນກໍຄືລັດວິສາຫະກິດຫວຍພັດທະນາຕາມລະບຽບການ ແລະ ບໍ່ປະຕິບັດຕາມສັນຍາທີ່ໄດ້ເຊັນຮ່ວມ ໃນປີ 2021 ທີ່ລະບຸໄວ້ໃນ (ມາດຕາ 7)ອັນກໍ່ໃຫ້ມີຄວາມບໍ່ສະຫງົບໃນບັນດາຕົວແທນຈໍາໜ່າຍດ້ວຍກັນ, ເກີດມີຫາງສຽງສັງຄົມທາງສື່ອອນລາຍ.

ສະນັ້ນ, ເພື່ອຫຼີກລ້ຽງບໍ່ໃຫ້ເກີດບັນຫາຂໍ້ຂັດແຍ່ງຫຼາຍຂຶ້ນຕື່ມອີກລະຫວ່າງບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ມີຄວາມຈໍາເປັນ ແຈ້ງໃຫ້ຕົວແທນຈໍາໜ່າຍຢຸດເຊັນການຂາຍຜ່ານຊ່ອງທາງດັ່ງກ່າວທີ່ບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ນັບຕັ້ງແຕ່ວັນຈັນ, ອອກຄັ້ງວັນທີ 19 ກໍລະກົດ 2021 ເປັນຕົ້ນໄປ, ຖ້າຍັງສືບຕໍ່ຂາຍ (ບໍ່ຢຸດເຊົາ) ຈະໄດ້ປັບໄໝໃນອັດຕາ 6% ຂອງ ມູນຄ່າຈໍາໜ່າຍຕາມສັນຍາໃນ (ມາດຕາ 7) ແລະ ຖ້າຫາກຍັງສືບຕໍ່ລະເມີດອີກເປັນ (ຄັ້ງທີ 2) ຈະໄດ້ປັບໄໝໃນອັດຕາ 9% ຂອງມູນຄ່າຈໍາໜ່າຍພ້ອມທັງປິດລະບົບການຈໍາໜ່າຍຂອງຕົວແທນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...