spot_img
Homeຂ່າວພາຍ​ໃນສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາຄະດີຂອງ ນາງ ມອນມີນາ ສຸດທິດາ ຫຼື ຕິນ່າ

ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາຄະດີຂອງ ນາງ ມອນມີນາ ສຸດທິດາ ຫຼື ຕິນ່າ

Published on

ຕັດສິນຮຽບຮ້ອຍແລ້ວ ຄະດີ ນາງ ມອນມີນາ ສຸດທິດາ ຫຼື ຕິນ່າ ແລະ ຜູ້ກ່ຽວຂ້ອງ.

ຕາມ Lao National Radio ລາຍງານ: ຕອນເຊົ້າວັນທີ 15 ກໍລະກົດ 2021 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາຄະດີຂອງ ນາງ ມອນມີນາ ສຸດທິດາ ຫຼື ຕິນ່າ ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 59 ຢູ່ລາວ ແລະ ຜູ້ກ່ຽວຂ້ອງອີກ 5 ຄົນ ຄື: ນາງ ພາວະດີ ວິພາກອນ ຫລື ຕຸກຕິກ, ທ້າວ ພານ ໄຊຍະລາດ, ທ້າວ ພູໃສ ສີສະຫວັນ ຫລື ຕື້, ນາງ ສອນນາລີ ດວງສະຫວັດ ຫຼື ນີນ່າ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ ຕາມການສັ່ງຟ້ອງຂອງອົງການໄອຍະການປະຊາ ຊົນນະຄອນຫຼວງວຽງຈັນ, ສະບັບເລກທີ 774-779, ລົງວັນທີ 29 ມິຖຸນາ 2021 ໃນຂໍ້ຫາຂົນຂວາຍສົ່ງຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດຕາມປະມວນກົດໝາຍອາຍາ ມາດຕາ 128 ວັກ 2, ມາດຕາ 199 ວັກ 3 ແລະ ມາດຕາ 380 ວັກ 1.

ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສຂອງຄະນະສານແລ້ວເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນເຖີງຄວາມຜິດຂອງພວກກ່ຽວກັບຄະດີນີ້ທັງ 6 ຄົນ ຄື: ນາງ ພາວະດີ ວິພາກອນ (ຈຳເລີຍ1) ອາຍຸ ອາຍຸ 26 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ຢູ່ບ້ານຫຼັກ 2 ເມືອງສາລະວັນ, ແຂວງສາລະວັນ, ຖືກກັກ ຕົວໃນວັນທີ 30 ເມສາ 2021 ກະທຳຜິດທາງອາຍາໃນຂໍ້ຫາການຂົນຂວາຍສົ່ງຄົນເຂົ້າ ຫຼື ອອກປະເທດຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດ.

ນາງ ມອນມີນາ ສູດທິດາ (ຈໍາເລິຍ2) ອາຍຸ 22 ປີ, ສັນຊາດລາວ, ອາຊີບນັກສຶກສາ, ຢູ່ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ກະທໍາຜິດທາງອາຍາ ໃນຂໍ້ຫາການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ.

ທ້າວ ພານ ໄຊຍະລາດ (ຈໍາເລີຍ 3 ) ອາຍຸ 46 ປີ, ສັນຊາດລາວ, ອາຊີບກໍາມະກອນ, ຢູ່ບ້ານໝາກນາວເໜືອ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ກະທໍາຜິດທາງອາຍາ ໃນຂໍ້ຫາຂົນຂວາຍສົ່ງຄົນເຂົ້າ ຫຼືອອກປະເທດຢ່າງຜິດກົດຫມາຍ.

ທ້າວ ພູໃສ ສີ່ສະຫວັນ (ຈໍາເລີຍ 4) ອາຍຸ 34 ປີ, ສັນຊາດລາວ, ອາຊີບວ່າງງານ, ຢູ່ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ກະທໍາຜິດ ໃນຂໍ້ຫາການແຜ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ.

ນາງ ສອນນາລີ ດວງສະຫວັດ (ຈໍາເລີຍ 5) ອາຍຸ 21 ປີ, ສັນຊາດລາວ, ອາຊີບເສີມສວຍ, ຢູ່ບ້ານສະໜາມໄຊ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ (ຈໍາເລີຍ 6) ອາຍຸ 24 ປີ, ສັນຊາດລາວ, ອາຊີບກໍາມະກອນ, ຢູ່ບ້ານທ່າແຮ່, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ກະທໍາຜິດທາງອາຍາໃນຂໍ້ຫາການຂົນ ຂວາຍສົ່ງຄົນເຂົ້າ ຫຼື ອອກປະເທດຢ່າງຜິດກົດຫມາຍ ແລະ ການປິດບັງການກະທໍາຜິດ ທີ່ແຕະຕ້ອງເຖິງຄວາມສະຫງົບຂອງຊາດ ແລະ ຊີວິດ, ສຸຂະພາບ, ກຽດສັກສີຂອງບຸກຄົນ, ລະບຽບການບໍລິຫານ, ການຍຸຕິທໍາ, ສະເຖຍລະພາບທາງດ້ານເສດຖະກິດ, ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ຂອງສັງຄົມຕາມປະມວນກົດຫມາຍອາຍາ ມາດຕາ 128, 189 ແລະ 380.

ການກະທໍາຂອງພວກຈໍາເລີຍທັງ 6 ຄົນ ເປັນການກະທໍາຜິດໂດຍເຈດຕະນາ, ເພາະພວກກ່ຽວຮູ້ດີວ່າພະຍາດໂຄວິດ-19 ກໍາລັງລະບາດຢ່າງຮຸນ ແຮງໄປຫຼາຍປະເທດທົ່ວໂລກນັບແຕ່ປີ 2019 ເປັນຕົ້ນມາ, ໂດຍສະເພາະຢູ່ປະເທດໄທ ເປັນປະເທດທີ່ມີກຸ່ມສ່ຽງ, ແລະ ຍິ່ງໄປກວ່ານັ້ນ ລາວເຮົາ ໄດ້ມີຄໍາສັ່ງຂອງນາຍຍົກລັດຖະມົນຕີ ສະບັບເລກທີ 06, ລົງວັນທີ 21 ມີນາ 2020 ແລະ ສະບັບເລກທີ 15,ລົງວັນທີ 21 ເມສາ 2021 ພ້ອມນັ້ນ ຍັງໄດ້ມີການປິດດ່ານເຂົ້າ-ອອກລະຫວ່າງປະເທດ ຍ້ອນມີການແຜ່ລະບາດຮ້າຍແຮງຂອງພະຍາດໂຄວິດ-19, ທີ່ສໍາຄັນພວກກ່ຽວມີສະຕິສາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາແລ້ວ.

ຜ່ານການພິຈາລະດ້ວຍເຫດຜົນ ແລະ ຫຼັກຖານທີ່ຄົບຖ້ວນຂອງຄະນະສານ ເຫັນວ່າ: ການກະທໍາຂອງ ນາງ ພາວະດີ ວິພາກອນ ຫຼື ຕຸກຕິກ (ຈໍາເລີຍ 1) ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 128 ວັກ 02, ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01, ນາງ ມອນມີນາ ສຸດທິດາ ຫຼື ຕີນ່າ (ຈໍາເລີຍ2) ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01, ທ້າວ ພານ ໄຊຍະລາດ (ຈໍາເລີຍ3) ຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 128 ວັກ 02, ທ້າວ ພູໃສ ສີສະຫວັນ ຫຼື ຕື້ (ຈໍາເລີຍ 4) ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 199 ວັກ 03 ແລະ ມາດຕາ 380 ວັກ 01; ນາງ ສອນນາລີ ດວງສະຫວັດ ຫຼື ນີນ່າ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ (ຈໍາເລີຍ5 ແລະ 6) ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 128 ວັກ 02 ແລະ ມາດຕາ 380 ວັກ 01.

ດັ່ງນັ້ນ ສານປະຊາຊົນນະຄອນຫລວງວຽງຈັນ ຈິ່ງພິຈາລະນາຕັດອິດສະ ພາບພວກກ່ຽວ ຄື:

– ນາງ ພາວະດີ ວິພາກອນ ຫຼື ຕຸກຕິກ ຈຳຄຸກ 5 ປີ 1 ເດືອນ 15 ວັນ, ພ້ອມປັບໄໝເງິນ 52.500.000 ກີບ.

– ນາງ ມອນມີນາ ສຸດທິດາ ຫຼື ຕີນ່າ ຈໍາຄຸກ 3 ປີ 7 ເດືອນ 15 ວັນ, ພ້ອມປັບໄໝເງິນ 27.500.000 ກີບ.

– ທ້າວ ພານ ໄຊຍະລາດ ຈໍາຄຸກ 1 ປີ 6 ເດືອນ, ພ້ອມປັບໄໝເງິນ 25.000.000 ກີບ.

– ທ້າວ ພູໃສ ສີສະຫວັນ ຈໍາຄຸກ 3 ປີ 7 ເດືອນ, 15 ວັນ, ພ້ອມປັບໄໝເງິນ 27.500.000 ກີບ.

– ນາງ ສອນນາລີ ດວງສະຫວັດ ຫຼື ນີນ່າ ແລະ ທ້າວ ສົມປະສົງ ສຸລິຍະວົງສາ ຫຼື ຫໍາ ຈໍາຄຸກຜູ້ລະ 1 ປີ 7 ເດືອນ, 15 ວັນ, ພ້ອມປັບໄໝເງິນຜູ້ລະ 25.000.000 ກີບ.

ຂ່າວ: Lao National Radio, ມົດແດງນ້ອຍ ແລະ ພາບ: ອາພິນຍາ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...