spot_img
Homeຂ່າວຕ່າງປະເທດຕຶກຖະຫຼົ່ມຢູ່ຈີນ ຄົ້ນພົບຜູ້ເສຍຊີວິດ 8 ສົບ ກູ້ໄພເລັ່ງຄົ້ນຫາຜູ້ລອດຊີວິດຕື່ມ

ຕຶກຖະຫຼົ່ມຢູ່ຈີນ ຄົ້ນພົບຜູ້ເສຍຊີວິດ 8 ສົບ ກູ້ໄພເລັ່ງຄົ້ນຫາຜູ້ລອດຊີວິດຕື່ມ

Published on

ວັນທີ 13 ກໍລະກົດ 2021 ສໍານັກຂ່າວ CNN ລາຍງານວ່າ ໄດ້ເກີດເຫດໂຮງແຮມຖະຫຼົ່ມ ຢູ່ທີ່ເມືອງ Jiangsu (ຈຽງຊູ) ທາງພາກຕາເວັນອອກຈີນ ໃນຂະນະທີ່ມີຄົນເຂົ້າພັກອາໄສຢູ່ໃນໂຮງແຮມຈໍານວນຫຼາຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດທັນທີ 8 ສົບ ແລະ ສູນຫາຍອີກ 9 ຄົນ.

ເຈົ້າໜ້າທີ່ກູ້ໄພຈີນ ຍັງຄົງເລັ່ງຊ່ວຍຊີວິດຜູ້ທີ່ຕິດຢູ່ໃນອາຄານ 23 ຄົນ ແລະ ຄົ້ນຫາຜູ້ສູນຫາຍອີກ 9 ຄົນ ຫຼັງເກີດເຫດໂຮງແຮມຖະຫຼົ່ມຊ່ວງເຊົ້າທີ່ຜ່ານມາໃນເມືອງ ຈູໂຊ ເມືອງທ່ອງທ່ຽວຂອງຈີນ ຈົນເຖິງຂະນະນີ້ ເຈົ້າໜ້າທີ່ກູ້ໄພສາມາດຊ່ວຍຊີວິດອອກມາໄດ້ແລ້ວ 6 ຄົນ ແລະ ຍັງຄົງລະດົມກໍາລັງອີກຫຼາຍກວ່າ 600 ຄົນ ຈາກໜ່ວຍກູ້ໄພແຜ່ນດິນໄຫວ ແລະ ລົດຕັກດິນອີກ 120 ຄັນ ເຂົ້າຊ່ວຍເຫຼືອໃນປະຕິບັດການຄັ້ງນີ້ ໂດຍມີການໃຊ້ລົດເຄຣນ, ຂັ້ນໄດ ແລະ ນໍາໃຊ້ໝາໃນການດົມກິ່ນເຂົ້າຊ່ວຍຫາຄົນທີ່ລອດຊີວິດໃຫ້ໄວທີ່ສຸດ.

 

ຂໍ້ມູນຈາກເວັບໄຊ້ທ່ອງທ່ຽວ ຊີທຣິບ ລະບຸວ່າ ໂຮງແຮມ ຊິຈິ ໄຄຫຍວນ ແຫ່ງນີ້ຫາກໍເປີດໃຊ້ງານເມື່ອປີ 2018 ໂດຍມີຫ້ອງພັກຈໍານວນ 54 ຫ້ອງ ສ່ວນສາເຫດຂອງອຸບັດຕິເຫດຄັ້ງນີ້ຍັງຢູ່ໃນລະຫວ່າງການກວດສອບ.

 

ປັດຈຸບັນ, ເມືອງຊູໂຈ ມີປະຊາກອນອາໄສຢູ່ຫຼາຍກວ່າ 12 ລ້ານຄົນ ຢູ່ຫ່າງຈາກນະຄອນຊຽງໄຮ້ ໄປທາງຕະເວັນອອກ ປະມານ 100 ກິໂລແມັດ ນັບເປັນເມືອງທ່ອງທ່ຽວແຫ່ງສໍາຄັນຂອງປະເທດຈີນ ເນື່ອງຈາກມີຄອງນໍ້າບູຮານທີ່ສວຍງາມ ລວມທັງສວນອາຍຸເກົ່າແກ່ນັບຮ້ອຍປີ. ໂດຍເຫດອາຄານຖະຫຼົ່ມໃນຈີນແມ່ນໄດ້ເກີດຂຶ້ນຫຼາຍຄັ້ງ ເນື່ອງຈາກໂຄງສ້າງທີ່ບໍ່ໄດ້ມາດຕະຖານ ແລະ ມີການທຸຈະລິດຄໍລັບຊັ່ນງົບປະມານໃນການກໍ່ສ້າງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...