spot_img
Homeຂ່າວພາຍ​ໃນລາວຕິດ 1 ໃນ 10 ປະເທດທີ່ສະກຸນເງິນອ່ອນຄ່າທີ່ສຸດໃນປີ 2021

ລາວຕິດ 1 ໃນ 10 ປະເທດທີ່ສະກຸນເງິນອ່ອນຄ່າທີ່ສຸດໃນປີ 2021

Published on

FXSSI ໄດ້ຈັດອັນດັບ 10 ປະເທດທີ່ສະກຸນເງິນອ່ອນຄ່າທີ່ສຸດໃນໂລກປະຈຳປີ 2021 ໂດຍມີການອັບເດດຂໍ້ມູນຄັ້ງຫຼ້າສຸດໃນເດືອນມີນາຜ່ານມາ, ໜຶ່ງໃນນັ້ນກໍມີສະກຸນເງິນກີບຂອງລາວຮ່ວມຢູ່ນຳ.

ມາເບິ່ງນຳກັນວ່າ 10 ສະກຸນເງິນຕາຕ່າງປະເທດທີ່ມີຄ່າຖືກທີ່ສຸດ ເມື່ອທຽບກັບໂດລາສະຫະລັດຕາມອັດຕາແລກປ່ຽນທີ່ທາງການກຳນົດ ລວມມີປະເທດໃດແດ່?.

ອັນດັບ 1: ສະກຸນເງິນໂບລິວາຣ໌ (VES) ຂອງປະເທດເວເນຊຸເອລາ ໂດຍມີອັດຕາແລກປ່ຽນປະມານ 1.552.540 VES/USD.

ອັນດັບ 2: ສະກຸນເງິນຣຽລອີຣານ (IRR) ຂອງປະເທດອີຣານ ໂດຍມີອັດຕາແລກປ່ຽນປະມານ 229.500 IRR/USD.

ອັນດັບ 3: ສະກຸນເງິນດົງ (VND) ຂອງປະເທດຫວຽດນາມ ໂດຍມີອັດຕາແລກປ່ຽນປະມານ 23.002 VND/USD.

ອັນດັບ 4: ສະກຸນເງິນຣູເປຍ (IDR) ຂອງປະເທດອິນໂດເນເຊຍ ໂດຍມີອັດຕາແລກປ່ຽນປະມານ 14.032 IDR/USD.

ອັນດັບ 5: ສະກຸນເງິນຊອມ (UZS) ຂອງປະເທດອຸຊເບກິສຖານ ໂດຍມີອັດຕາແລກປ່ຽນປະມານ 10.483 UZS/USD.

ອັນດັບ 6: ສະກຸນເງິນຟຣັງ (GNF) ຂອງປະເທດກິນີ ໂດຍມີອັດຕາແລກປ່ຽນປະມານ 10.234 GNF/USD.

ອັນດັບ 7: ສະກຸນເງິນເລອອນ (SLL) ຂອງປະເທດເຊຍຣາເລອອນ ໂດຍມີອັດຕາແລກປ່ຽນປະມານ 10.213 SLL/USD.

ອັນດັບ 8: ສະກຸນເງິນກີບ ( LAK) ຂອງປະເທດລາວ ໂດຍມີອັດຕາແລກປ່ຽນປະມານ 9.512 LAK/USD (ອັດຕາແລກປ່ຽນປັດຈຸບັນ).

ອັນດັບ 9: ສະກຸນເງິນກວາຣານີ (PYG) ຂອງປະເທດປາຣາກວາຍ ໂດຍມີອັດຕາແລກປ່ຽນປະມານ 6.874 PYG/USD.

ອັນດັບ 10: ສະກຸນເງິນຣຽວກຳປູເຈຍ (KHR) ຂອງປະເທດກຳປູເຈຍ ໂດຍມີອັດຕາແລກປ່ຽນປະມານ 4.055 KHR/USD.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...