spot_img
Homeຂ່າວພາຍ​ໃນສະຫະລັດອາເມລິກາໃຫ້ຄວາມຊ່ວຍເຫຼືອທາງດ້ານວັກຊີນແກ່ ສປປ ລາວ ຈໍານວນ 1.000.000 ໂດສຜ່ານໂຄງການ COVAX

ສະຫະລັດອາເມລິກາໃຫ້ຄວາມຊ່ວຍເຫຼືອທາງດ້ານວັກຊີນແກ່ ສປປ ລາວ ຈໍານວນ 1.000.000 ໂດສຜ່ານໂຄງການ COVAX

Published on

ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດໃນວັນທີ 1 ກໍລະກົດ 2021 ສປປ ລາວ ຈະໄດ້ຮັບວັກຊີນ Jonhson & Jonhson ຈາກການຊ່ວຍເຫຼືອຂອງໂຄງການ COVAX Facility ຈໍານວນ 1.000.000 ໂດສ ເຊິ່ງຈະມາຮອດ ສປປ ລາວໃນວັນທີ 15 ກໍລະກົດ 2021 ແລະ ຈະກະຈາຍໄປທົ່ວທຸກແຂວງທົ່ວປະເທດ, ເຊິ່ງໃນປັດຈຸບັນຄະນະສະເພາະກິດໄດ້ສຸມໃສ່ການປົກປ້ອງໂຄວິດ-19 ດ້ວຍການສັກວັກຊີນທີ່ມີເປົ້າໝາຍໃນທ້າຍປີ 2021 ໃຫ້ໄດ້ 50%.

ໃນປັດຈຸບັນ ສປປ ລາວ ໄດ້ຮັບການສັກວັກຊີນເຂັມທີ 1 ປະມານ 1.030.461 ຫຼື ປະມານ 14% ຂອງປະຊາກອນໃນຂອບເຂດທົ່ວປະເທດ ແລະ ເຂັມທີ 2 ໄດ້ປະມານ 647.872 ໂດສ ຫຼື ປະມານ 8% ຂອງປະຊາກອນ. ສ່ວນທາງດ້ານເພຈຂອງສະຖານທູດອາເມລິກາປະຈໍາ ສປປ ລາວໄດ້ອອກມາບອກວ່າທາງສະຫະລັດອາເມລິກາແມ່ນມີຄວາມພາກພູມໃຈທີ່ໄດ້ໃຫ້ການສະໜັບສະໜຸນເປົ້າໝາຍວຽກງານດ້ານສຸຂະພາບຂອງລັດຖະບານລາວເພື່ອໃຫ້ບັນລຸເປົ້າໝາຍ 50% ຂອງຈໍານວນປະຊາກອນໃນທ້າຍປີນີ້.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...