ສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 12 ກໍລະກົດ 2021

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 2,825 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 106 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 02 ຄົນ ແລະ ຕິດເຊື້ອໃນກໍລະນີນໍາເຂົ້າ 104 ຄົນ, ເສຍຊີວິດສະສົມທັງໝົດ 03 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 606 ຄົນ.

ໃນວັນທີ 11 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 1,499 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 106 ຄົນ ໂດຍມີການຕິດເຊື້ອໃນຊຸມຊົນຈາກແຂວງວຽງຈັນ 02 ຄົນ ແລະ ຕິດເຊື້ອໃນຜູ້ເດີນທາງເຂົ້າມາຈາກປະເທດໃກ້ຄຽງມີ 104 ຄົນ ຈາກແຂວງນະຄອນຫຼວງ 12 ຄົນ, ສະຫວັນນະເຂດ 42 ຄົນ, ຈໍາປາສັກ 43 ຄົນ, ຄໍາມ່ວນ 07 ຄົນ. ສໍາລັບກໍລະນີຕິດເຊື້ອໃນຊຸມຊົນຂອງແຂວງວຽງຈັນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.