Homeຂ່າວພາຍ​ໃນໂພນໂຮງກຳນົດ 7 ບ້ານ ເປັນເຂດແດງພ້ອມເຂັ້ມງວດເຝົ້າລະວັງການແຜ່ລະບາດໂຄວິດ-19

ໂພນໂຮງກຳນົດ 7 ບ້ານ ເປັນເຂດແດງພ້ອມເຂັ້ມງວດເຝົ້າລະວັງການແຜ່ລະບາດໂຄວິດ-19

Published on

ພາກສ່ວນທີ່ກ່ຽວຂ້ອງໄດ້ກຳນົດ 7 ບ້ານທີ່ຂຶ້ນກັບເມືອງໂພນໂຮງ, ແຂວງວຽງຈັນ ເພື່ອເປັນເຂດແດງໃນການເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19, ພາຍຫຼັງເກີດການແຜ່ລະບາດເປັນວົງກວ້າງໃນບັນດາໝູ່ບ້ານດັ່ງກ່າວໃນປັດຈຸບັນ.

ວັນທີ 7 ກໍລະກົດ, ມີຜູ້ຕິດເຊື້ອໂຄວິດໃນຊຸມຊົນໃນ 7 ບ້ານເຂດແດງແລ້ວ 45 ຄົນ ລວມມີ ບ້ານຫລັກ 52, ນາເລົາ, ບ້ານໃໝ່, ນາບອນ, ໜອງປຸ່ງ, ໂພນທັນ, , ແລະ ບ້ານສີວິໄລ ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມທົ່ວແຂວງວຽງຈັນຂະນະນີ້ພຸ່ງຂຶ້ນຮອດ 65 ຄົນ.

ທ່ານ ສົມປະສົງ ສຸວັນຄໍາຈັນ, ເຈົ້າເມືອງໆ ໂພນໂຮງ, ແຂວງວຽງຈັນ ໃຫ້ສໍາພາດວ່າ: ທັງ 7 ບ້ານທີ່ຖືກກຳນົດເປັນເຂດແດງ ແມ່ນອະນຸຍາດໃຫ້ເດີນທາງເຂົ້າ-ອອກສະເພາະຜູ້ທີ່ມີຄວາມຈຳເປັນເທົ່ານັ້ນ ໂດຍມີທຸກຂະແໜງການຂອງແຂວງ, ເມືອງ ແລະ ບ້ານທີ່ກ່ຽວຂ້ອງ ເຮັດວຽກຮ່ວມກັນ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ໄດ້ເກັບຕົວຢ່າງຜູ້ທີ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໄປກວດຫາເຊື້ອແລ້ວ 280 ຕົວຢ່າງ ເຊິ່ງປັດຈຸບັນກຳລັງລໍຟັງຜົນກວດ.

ສໍາລັບຜູ້ທີ່ມີຈຸດປະສົງເດີນທາງໄປທາງພາກເໜືອ ຫຼື ເດີນທາງເຂົ້າໄປແຂວງວຽງຈັນ ແຕ່ມີຄວາມຈຳເປັນຕ້ອງຜ່ານບັນດາບ້ານທີ່ກຳນົດເປັນເຂດແດງ ແມ່ນສາມາດເດີນ ທາງຜ່ານໄດ້ ແຕ່ຫ້າມຈອດລົດເດັດຂາດ ເພາະແຕ່ລະບ້ານມີເຈົ້າໜ້າທີ່ກ່ຽວຂ້ອງເວນຍາມຢ່າງເຂັ້ມງວດຈົນກວ່າຈະຄົບກຳນົດ 14 ວັນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...