Homeຂ່າວພາຍ​ໃນແອັບ "ລາວ ສູ້ ສູ້" ສ້າງປະໂຫຍດຊ່ວຍຄວບຄຸມການແຜ່ລະບາດຂອງໂຄວິດ-19

ແອັບ “ລາວ ສູ້ ສູ້” ສ້າງປະໂຫຍດຊ່ວຍຄວບຄຸມການແຜ່ລະບາດຂອງໂຄວິດ-19

Published on

ແອັບ “ ລາວ ສູ້ສູ້ ” ເປັນແອັບພລີເຄຊັ່ນທີ່ພັດທະນາຂຶ້ນໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີໜ້າທີ່ຊ່ວຍໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນລາວ ໂດຍສະເພາະກໍແມ່ນ ລາຍງານອາການຂອງຕົນເອງໃນເວລາກັກຕົວຢູ່ເຮືອນ ຫຼື ສະຖານທີ່ກັກຕົວທີ່ທາງການກຳນົດ.

ພິທີເປີດການນໍາໃຊ້ລະບົບປະຕິບັດການຕ້ານໂຄວິດ-19 “ ລາວ ສູ້ສູ້ ” ໂດຍການຮ່ວມມືລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດນີ້ ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ແອັບດັ່ງກ່າວສາມາດລາຍງານກ່ຽວກັບອາການຂອງຄົນເຮົາໃນເວລາກັກໂຕຢູ່ເຮືອນ ຫຼື ຢູ່ສູນກັກໂຕທີ່ທາງຄະນະສະເພາະກິດກຳນົດໄວ້ ບໍ່ວ່າຈະເປັນ ອຸນຫະພູມຮ່າງກາຍ, ອາການໄຂ້, ໄອ, ເມື່ອຍ, ແລະ ອື່ນໆ ຫຼື ທີ່ເອີ້ນວ່າ iFeel (ອາການຂ້ອຍ). ພ້ອມກັນນັ້ນ, ກໍຍັງສາມາດຕິດຕາມການເດີນທາງຂອງຄົນເພື່ອໃຫ້ຮູ້ວ່າໄປສະຖານທີ່ໃດໂດຍການສະແກນ QR Code ແລະ ລະບົບຈະແຈ້ງເຕືອນຖ້າມີກຸ່ມສ່ຽງໄປສະຖານທີ່ດັ່ງກ່າວ ຫຼື ທີ່ເອີ້ນວ່າ iGo (ໄປໃສ), ເບິ່ງການເຄື່ອນໄຫວຂອງເຮົາເອງເພື່ອລາຍງານແພດໝໍ ຫຼື ທີ່ເອີ້ນວ່າ Timeline (ການເຄື່ອນໄຫວ), ໃຊ້ໃນການລົງທະບຽນ ແລະ ຈອງຄິວສັກວັກຊິນລ່ວງໜ້າ ຫຼື ທີ່ເອີ້ນວ່າ iVac (ສັກວັກຊິນ) ຊຶ່ງຈະຊ່ວຍຫຼຸດຄວາມແອອັດຂອງປະຊາຊົນທີ່ຕ້ອງການຮັບວັກຊິນ, ໃຊ້ໃນການລົງທະບຽນ ແລະ ຈອງຄິວເຂົ້າກວດຫາເຊື້ອໂຄວິດ-19 ຫຼື ທີ່ເອີ້ນວ່າ iTest (ໄປກວດ), ນີ້ກໍເພື່ອຊ່ວຍຫຼຸດຜ່ອນຄວາມແອອັດໃນການເຂົ້າມາກວດຫາເຊື້ອໂຄວິດ-19 ຂອງກຸ່ມສຳຜັດໃກ້ຊິດໄດ້ເຊັ່ນກັນ.

ແອັບ “ ລາວ ສູ້ສູ້ ” ຖືເປັນເຄື່ອງມືທີ່ສຳຄັນໃນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍອໍານວຍຄວາມສະດວກໃຫ້ແກ່ພະນັກງານແພດໝໍໃນເວລາເກີດການລະບາດໃນຊຸມຊົນ, ທີມງານແພດສາມາດໃຊ້ເຄື່ອງມືນີ້ເພື່ອກວດ, ກັ່ນກອງຊອກຫາຜູ້ຕິດເຊື້ອເປັນຕົ້ນແມ່ນຕິດຕາມຜູ້ທີ່ເດີນທາງເຂົ້າມາປະເທດ, ການເດີນທາງຂອງຄົນໃນປະເທດ, ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງໄດ້ຢ່າງວ່ອງໄວ, ຊັດເຈນ ແລະ ມີປະສິດທິພາບ.

ກະຊວງສາທາລະນະສຸກເຊື່ອໝັ້ນວ່າ ເຄື່ອງມື “ລາວ ສູ້ສູ້” ຈະສາມາດຊ່ວຍໃຫ້ພວກເຮົາສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ຕັ້ງໄວ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...