Homeຂ່າວທ້ອງຖິ່ນທ່ານຈະບໍ່ເຫງົາອີກຕໍ່ໄປ ເມື່ອມີດາລາດັງມານັ່ງກິນເຂົ້າເປັນໝູ່

ທ່ານຈະບໍ່ເຫງົາອີກຕໍ່ໄປ ເມື່ອມີດາລາດັງມານັ່ງກິນເຂົ້າເປັນໝູ່

Published on

ເບື່ອບໍ່? ຊ່ວງໂຄວິດ-19 ກໍາລັງລະບາດແບບນີ້ ນອກຈາກການໃຊ້ຊີວິດທີ່ລໍາບາກກວ່າແຕ່ກ່ອນແລ້ວ ເວລາອອກໄປຂ້າງນອກ ກໍຕ້ອງໃສ່ໜ້າກາກອະນາໄມ ແລະ ຕ້ອງເວັ້ນໄລຍະຫ່າງກັນຢ່າງໜ້ອຍ 2 ແມັດ, ຮ້ານອາຫານຫຼາຍໆແຫ່ງກໍໄດ້ມີມາດຕະການໃນການປ້ອງກັນ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງລູກຄ້າທີ່ມາໃຊ້ບໍລິການ, ເຮັດໃຫ້ຕ້ອງນັ່ງກິນເຂົ້າແບບເຫງົາຢູ່ຄົນດຽວ, ແຕ່ບໍ່ແມ່ນສໍາລັບຮ້ານອາຫານ ຂອບໃຈເດີ້ ເພາະທາງຮ້ານທີ່ໄດ້ພາບັນດາຄົນດັງຈາກຫຼາກຫຼາຍປະເທດ ມານັ່ງເປັນໝູ່ຕອນທີ່ທ່ານກຳລັງຮັບປະທານອາຫານ ໂດຍບໍ່ນັ່ງເຫງົາຄົນດຽວອີກຕໍ່ໄປ.

ໂຣນັນໂດ ນັກເຕະບານຊື່ດັງ ທີ່ໃຜໆກໍຮູ້ຈັກ.

ຫຼື ຈະເປັນໜຸ່ມແມງກະເບື້ອ ຊົງຄັງ ຈາກຊີ່ລີ້ເລື່ອງ Nevertheless ທີ່ກໍາລັງໂດ່ງດັງຢູ່ຕອນນີ້, ທາງດ້ານຂວາ ກໍຈະເປັນ Tony stark ຈາກ Iron man.

ເອົາໃຈໜຸ່ມໆ ກໍຈະມີສາວ ລິຊ້າ ຈາກ Blackpink ອີກດ້ວຍ.

ເອີ້ນໄດ້ວ່າ ເປັນໄອເດຍທີ່ເໝາະກັບສະຖານນະການ ຍຸກ New normal ແບບນີ້ເລີຍກໍວ່າໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...