spot_img
Homeຂ່າວຕ່າງປະເທດໂຈນຍິງຕໍາຫຼວດ ສ່ວນພົນລະເມືອງດີຍິງໂຈນ ແຕ່ຕໍາຫຼວດຍິງພົນລະເມືອງດີຈົນເສຍຊີວິດ !

ໂຈນຍິງຕໍາຫຼວດ ສ່ວນພົນລະເມືອງດີຍິງໂຈນ ແຕ່ຕໍາຫຼວດຍິງພົນລະເມືອງດີຈົນເສຍຊີວິດ !

Published on

ເຫດການນີ້ເກີດຂຶ້ນເມື່ອວັນທີ 21 ມິຖຸນາ 2021 ທີ່ຜ່ານມາໃນລັດໂຄໂລຣາໂດ, ສະຫະລັດອາເມລິກາ ທາງເຈົ້າໜ້າທີ່ຕໍາຫຼວດໄດ້ຮັບແຈ້ງເຫດວ່າມີຊາຍໜຸ່ມຕ້ອງສົງໃສຄົນໜຶ່ງ ເຈົ້າໜ້າທີ່ຕໍາຫຼວດຄົນດັ່ງກ່າວໄດ້ເຂົ້າໄປກວດສອບຈຶ່ງໄດ້ພົບເຫັນຊາຍໜຸ່ມໄວກາງຄົນອາຍຸ 59 ປີ ຄົນໜຶ່ງຢູ່ໃນລົດ ເຊິ່ງໃສ່ໝວກ ແລະ ໃສ່ໜ້າກາກອະນາໄມເພື່ອປິດບັງໃບໜ້າ ໂດຍຊາຍຄົນດັ່ງກ່າວຊື່ວ່າ Ronald Troyke ເມື່ອເຈົ້າໜ້າທີ່ຕໍາຫຼວດເຂົ້າໄປໃກ້ ຊາຍຄົນດັ່ງກ່າວຈຶ່ງໄດ້ຈົກປືນອອກມາຍິງໃສ່ເຈົ້າໜ້າທີ່ຕໍາຫຼວດຈົນເສຍຊີວິດຄາທີ່. ຫຼັງຈາກນັ້ນ, ຊາຍຄົນດັ່ງກ່າວກໍມີອາການໄລ່ຍິງລົດຕໍາຫຼວດທີ່ຈອດຢູ່ໃກ້ບໍລິເວນນັ້ນ ເຮັດໃຫ້ປະຊາຊົນທີ່ຜ່ານໄປມາຮູ້ສຶກຕົກໃຈ ແລະ ພາກັນຫຼົບໜີເພື່ອຄວາມປອດໄພ.

ຫຼັງຈາກນັ້ນ, ຊາຍຄົນດັ່ງກ່າວກໍໄດ້ໄປປ່ຽນປືນຢູ່ລົດແລ້ວຍ່າງໄປຕາມຮ້ານຄ້າຕ່າງໆ ໃນຂະນະດຽວກັນ ພົນລະເມືອງດີຊື່ວ່າ Johnny Hurley ເປັນຄົນທີ່ຢູ່ບໍລິເວນນັ້ນພໍດີ ເຂົາຈຶ່ງໄດ້ຈົກປືນຂອງຕົນເອງອອກມາຍິງໃສ່ຄົນຮ້າຍໃນທັນທີເຮັດໃຫ້ຄົນຮ້າຍລົ້ມລົງກັບພື້ນ ຈາກນັ້ນ Johnny Hurley ກໍໄດ້ເຂົ້າໄປເອົາປືນອອກຈາກໂຕຂອງຄົນຮ້າຍ ເຊິ່ງພໍດີກັບກອງກໍາລັງຕໍາຫຼວດທີ່ເຂົາມາສົມທົບເຫັນ Johnny Hurley ກໍາລັງຈັບປືນຂອງຄົນຮ້າຍຈຶ່ງຍິງປືນໃສ່ຈົນເຮັດໃຫ້ພົນລະເມືອງດີຄົນດັ່ງກ່າວເສຍຊີວິດໃນທັນທີ.

ຫຼັງຈາກເຫດການດັ່ງກ່າວສະຫງົບລົງທາງດ້ານໜ່ວຍງານຕໍາຫຼວດຂອງລັດໂຄໂລຣາໂດ ໄດ້ອອກມາຖະແຫຼງຂ່າວສະແດງຄວາມເສຍໃຈຕໍ່ກັບເຫດການທີ່ເກີດຂື້ນ ແລະ ຍ້ອງຍໍໃຫ້ Johnny Hurley ເປັນວິລະບູລຸດຄົນສໍາຄັນໃນເຫດການຄັ້ງນີ້ ແລະ ໜ່ວຍງານຕໍາຫຼວດຍັງໄດ້ສະແດງຄວາມຮູ້ສຶກຜິດດ້ວຍການເປີດການລະດົມທຶນເພື່ອຊ່ວຍເຫຼືອຄອບຄົວຂອງ Johnny Hurley ເຊິ່ງປັດຈຸບັນຍອດບໍລິຈາກແມ່ນໄດ້ປະມານ 600,000,000 ກີບ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...