Homeຂ່າວພາຍ​ໃນສະຫຼຸບຖະແຫຼງຂ່າວຈາກຄະນະສະເພາະກິດ

ສະຫຼຸບຖະແຫຼງຂ່າວຈາກຄະນະສະເພາະກິດ

Published on

ໃນວັນທີ 01 ກໍລະກົດ 2021 ສປປລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 2,144 ຄົນ (ຕິດເຊື້ອໃໝ່ 23 ຄົນ, ຕິດເຊື້ອໃນຊຸມຊົນ 03 ຄົນ ຈາກແຂວງວຽງຈັນ ແລະ ຕິດເຊື້ອຈາກກໍລະນີນໍາເຂົ້າ 20 ຄົນ ມີ: ນະຄອນຫຼວງວຽງຈັນ 02 ຄົນ, ສະຫວັນນະເຂດ 07 ຄົນ, ຈໍາປາສັກ 07 ຄົນ ແລະ ຄໍາມ່ວນ 04 ຄົນ) ແລະ ເສຍຊີວິດສະສົມ 03 ຄົນ, ອອກໂຮງໝໍທັງໝົດ 1,970ຄົນ, ອອກໂຮງໝໍໃໝ່ຈໍານວນ 03 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ໃນທົ່ວປະເທດທັງໝົດ 171 ຄົນ.

ຂໍ້ມູນໂດຍຫຍໍ້ກ່ຽວກັບກໍລະນີຕິດເຊື້ອໃໝ່ 23 ຄົນ: ສໍາລັບ 03 ຄົນ ຢູ່ແຂວງວຽງຈັນແມ່ນຕິດຈາກກຸ່ມເກົ່າທີ່ຕິດເຊື້ອໃນໄລຍະຜ່ານມາ, ສ່ວນນະຄອນຫຼວງວຽງຈັນ 02 ຄົນ, ສະຫວັນນະເຂດ 07 ຄົນ, ຈໍາປາສັກ 07 ຄົນ ແລະ ຄໍາມ່ວນ 04 ຄົນແມ່ນແຮງງານລາວທີ່ກັບມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ເຂົ້າມາຖືກຕ້ອງຕາມກົດໝາຍ.

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...