spot_img
Homeຂ່າວຕ່າງປະເທດໄຟໄໝ້ສາງເກັບສິນຄ້າແຫຼ່ງໃຫຍ່ ຂອງເກົາຫຼີໃຕ້

ໄຟໄໝ້ສາງເກັບສິນຄ້າແຫຼ່ງໃຫຍ່ ຂອງເກົາຫຼີໃຕ້

Published on

ເກີດເຫດສາງເກັບສິນຄ້າແຫຼ່ງໃຫຍ່ ຂອງເກົາຫຼີໃຕ້ຖືກໄຟໄໝ້, ໃນເວລາ 05:30 ຂອງວັນທີ 17 ມິຖຸນາ 2021 ທີ່ຜ່ານມາ ໄດ້ເຫດເກີດໄຟໄໝ້ສາງເກັບສິນຄ້າ ຂອງບໍລິສັດທຸລະກິດອອນລາຍ Coupang E-commerce ແຫຼ່ງໃຫຍ່ ຢູ່ເມືອງອີຊອນ ປະເທດເກົາຫຼີໃຕ້.

ໃນສາງແຫຼ່ງນີ້ ມີພະນັກງານຫຼາຍກວ່າ 140 ຄົນ ແລະ ໄດ້ພາກັນຮີບຮ້ອນອົບພະຍົບໜີໄຟ ໃນຕອນເກີດເຫດ ມາຮອດປະຈຸບັນຍັງບໍ່ມີລາຍງານຜູ້ເສຍຊີວິດ.

ເຈົ້າໜ້າທີ່ດັບເພີງ ຕ້ອງໃຊ້ລົດດັບເພີງຫຼາຍຄັນຈຶ່ງສາມາດຄວບຄຸມສະຖານະການລົງໄດ້ ຈັງໃດກໍຕາມດຫດໄຟໄໝ້ຄັ້ງນີ້ ແມ່ນໄດ້ຮັບຜົນເຫຍຫາຍມະຫາສານ ເພາະສາງສິນຄ້າແຫຼ່ງນີ້ເປັນສາງສຳລັບກະຈາຍສິນຄ້າໃນເຂດເມືອງ ລວມທັງໃນນະຄອນຫຼວງໂຊ ເມືອງຫຼວງຂອງປະເທດອີກດ້ວຍ.

ເມືອງອີຊອນ ຕັ້ງຢູ່ແຂວງຍອງກີ ເຊິ່ງຕັ້ງຢູ່ໃນເຂດຊານເມືອງ ຂອງນະຄອນຫຼວງໂຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...