ເຕັກນິກ ເພີ່ມນ້ຳໜັກ ສຳລັບຄົນຈ່ອຍ

w2

ສຳ​ນັກ​ງານ​ກວດ​ສຸຂະພາບ​ແຫ່ງ​ຊາດ ນະຄອນ​ ອອດ​ໂລ ປະເທດ​ນໍ​ເວ ໄດ້​ສຶກ​ສາ​ໃນ​ປະຊາຊົນ​ຊາວ​ເມືອງ ​ເບີ​ເກນ ໃນ​ເລື່ອງ​ຄວາມ​ສຳພັນ​ລະຫວ່າງ​ດັດ​ສະນີ​ມວນ​ກາຍ​ກັບ​ສຸຂະພາບ ພົບ​ວ່າ ​ຜູ້ຍິງ​ທີ່​ມີ​ນ້ຳ​ໜັກ​ໜ້ອຍ​ເກີນ​ໄປ​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ການ​ລຸລູກ​ ເພາະ​ຮວຍໄຂ່​ເຮັດວຽກ​ຜິດ​ປົກກະຕິ ແລະ ​ຄົົນທີ່​ອົດອາຫານ​ເພື່ອ​ຄວບ​ຄຸມ​ນ້ຳ​ໜັກ​ມັກ​ໄດ້ຮັບ​ສານ​ອາຫານ​ຈຳ​ເປັນ​ບໍ່​ພຽງ​ພໍ ເຮັດໃຫ້​ຮ່າງກາຍ​ຂາດ​ສົມ​ດຸນ ການເຮັດວຽກງານ​ຂອງ​   ຮໍ​ໂມນ ​ແລະ ​ລະບົບ​ຕ່າງໆ​ເຮັດວຽກ​ຜິດ​ປົກກະຕິ ເຊັ່ນ ອາດ​ຂາດ​ຮໍ​ໂມນ​ເອດ​ໂຕ​ເຈນ ເຮັດໃຫ້​ປະຈຳ​ເດືອນ​ມາ​ບໍ່​ປົກກະຕິ  ແລະ ​ເປັນ​ພະຍາດ​ກະດູກ​ຜ່ອຍ​ໄດ້​ງ່າຍ ເພາະ​ຫນ້າທີ່​ໜຶ່ງ​ຂອງ ​ຮໍ​ໂມນ ​ເອດ​ໂຕ​ເຈນ ​ຄື​ນຳ​ ພາ​ແຄ​ຊຽມ​ໄປ​ທີ່​ກະ​ດູກ

ແລະ ​ງານ​ວິ​ໄຈ​ຍັງ​ພົບ​ອີກວ່າ ​ຄົົນທີ່​ມີ​ນ້ຳ​ໜັກ​ໂຕ​ນ້ອຍ​ເກີນ​ໄປ​ເຮັດໃຫ້​ສະຫມອງ​ຕ້ອງ​ເຮັດວຽກ​ໜັກ ເພາະ​ສະຫມອງ​ເຮັດວຽກ​ໂດຍ​ອາໄສ​ນ້ຳ​ຕານ​ ກູ​ໂຄດ ​ເປັນ​ພະລັງ​ງານ ຖ້າ​ອົດອາຫານ​ເພື່ອຫ​ລຸດ​ນ້ຳ​ໜັກ​ຈົນ​ເຮັດໃຫ້​ຮ່າງກາຍ​ໄດ້ຮັບ ​ກູ​ໂຄດ ​ບໍ່​ພຽງ​ພໍ ສະຫມອງ​ຈຶ່ງ​ສ້າງ​ສານ​ ໂດ​ປາ​ມີນ ​ເພື່ອ​ເພີ່ມ​ການ​ສົ່ງ​ຄຳ​ສັ່ງ​ໄປ​ຫາ​ກ້າມ​ຊີ້ນ ສະຫມອງ​ຈຶ່ງ​ຕ້ອງ​ເຮັດວຽກ​ໜັກ​ຂຶ້ນ ຖ້າ​ບໍ່​ຢາກ​ໃຫ້​ສະຫມອງ​ເຮັດວຽກ​ໜັກ​ໂດຍ​ບໍ່​ຈຳ​ເປັນ ແລະ​ໂລກໄພ​ຈາກ​ຄວາມ​ຈ່ອຍ​ມາ​ເຍືອນ​ເຮົາ​ມີ​ເຕັກ​ນິກ​ການ ເພີ່ມ​ນ້ຳ​ໜັກ ມາ​ຝາກ

  • ເນັ້ນ​ກິນ​ອາຫານ​ທີ່​ເພີ່ມ​ພະລັງ​ງານເຊັ່ນ ແປ້ງ ນ້ຳ​ຕານ ຜັກ ຫມາກໄມ້ ໃຫ້​ຫລາຍກວ່າ​ເກົ່າ ແຕ່​ຄວນ​ໃຫ້​ໝຸນ​ວຽນ​ແຕ່ລະຊະນິດ​ ແລະ ​ການ​ເພີ່ມ​ນ້ຳ​ໜັກ​ທີ່​ດີ​ຄວນ​ເພີ່ມ​ບໍ່​ເກີນ​ອາທິດ​ລະ5 – 1 ກິ​ໂລ​ກຣາມ ຢ່າ​ງສະມໍ່າ​ສະເໝີ
  • ກິນ​ອາຫານ​ໃຫ້​ໄດ້​ສັດ​ສ່ວນທັງ​ຄາ​ໂບ​ໄຮ​ເດດ ໂປ​ຕີນ ໄຂ​ມັນ ແທນ​ທີ່​ຈະ​ເພີ່ມ​ແຕ່​  ຂອງ​ຫວານໆ​ມັນໆ​ ຢ່າງ​ທີ່​ນິຍົມ​ກັນ ເພາະ​ຖ້າ​ເພີ່ມ​ນ້ຳ​ໜັກ​ວິທີ​ນັ້ນ​ຈະ​ໄດ້​ເປັນ​ໄຂ​ມັນ​  ສະ​ສົມ​ຕາມ​ ໜ້າ​ທ້ອງ ຕົ້ນ​ຂາ
  • ເລືອກ​ອາຫານ​ຊະນິດ​ທີ່​ໃຫ້​ພະລັງ​ງານ​ສູງ​ແຕ່​ຈານ​ບໍ່​ໃຫຍ່​ຫລາຍເຊັ່ນ ລະຫວ່າງ​    ສະ​ຫລັດ​ຜັກ​ກັບ​ໄຂ່​ດາວ​ກັບ​ສະ​ເຕັກ​ປາ ສະ​ເຕັກ​ປາ​ອາດ​ຈະໃຫ້​ພະລັງ​ງານ​ຫລາຍກວ່າ​ຂະນະ​ທີ່​ກິນ​ໃນ​ປະລິມານ​ທີ່​ນ້ອຍ​ກວ່າ
  • ເພີ່ມ​ຄາບ​ຍ່ອຍ​ລວມ​ເປັນ 4 – 6 ຄາບ ຕໍ່ ​ມື້ໂດຍ​ເພີ່ມ​ຄາບອາຫານ​ວ່າງ​ເຂົ້າໄປ ເຊັ່ນ ຊາ​ລາ​ເປົາ​ໄສ້​ຖົ່ວ​ດຳ 1 ອັນ ນ້ຳໝາກກ້ຽງສົດ 1 ຈອກ ຫລື ​ໝາກຖົ່ວດິນຕົ້ມ
    ເພີ່ມ​ວິ​ຕາ​ມິນ ​ແລະ ​ເກືອ​ແຮ່ ໂດຍ​ສະເພາະ​ວິ​ຕາ​ມິນ​ບີ​ລວມ ຈະ​ຊ່ວຍ​ເພີ່ມ​ຄວາມ​ຢາກ​ອາຫານ ​ແລະ ​ຊ່ວຍ​ເຜົາ​ຜານ​ອາຫານ​ໃນ​ຮ່າງກາຍ​ໃຫ້ເປັນ​ພະລັງ​ງານ
  • ກ່ອນ​ເວລາ​ອາຫານ​ໃຫ້​ຍ່າງ ​ຫລື ​ເຮັດ​ກິດຈະກຳ​ເບົາໆເພື່ອ​ຊ່ວຍ​ເອີ້ນ​ຄວາມ​ຢາກ​ອາຫານ ແຕ່​ຖ້າ​ເຮັດ​ກິດຈະກຳ​ໜັກ ​ແລະ ​ດົນ​ເກີນ​ໄປ​ຮ່າງກາຍ​ຈະ​ອ່ອນເພຍ ​ແລະ    ​ເໝື່ອຍ​ເກີນ​ໄປ​ຈົນ​ກິນ​ຫຍັງ​ບໍ່​ລົງ ຫລື​ ຈະ​ກິນ​ແກງ​ຈືດ ອຸ່ນໆ ເພື່ອ​ເອີ້ນນ້ຳ​ຍ່ອຍ​ກ່ອນ​ອາຫານ​
  • ອອກ​ກຳ​ລັງ​ກາຍ​ອາທິດ​ລະ 3 ເທື່ອ ຮ່ວມ​ກັບ​ເພີ່ມ​ອາຫານ​ໂປ​ຕີນ ເຊັ່ນ ໂປ​ຕີນ​ຈາກ​ຖົ່ວ ປາ ແລະ ​ອາຫານ​ທະ​ເລ ຈະ​ຊ່ວຍ​ເພີ່ມ​ກ້າມ​ຊີ້ນ ​ແລະ ​ໄດ້​ຫົວ​ໃຈ​ທີ່​ແຂງ​ແຮງ ແລະ​ ເພີ່ມ​ຄວາມ​ຢາກ​ອາຫານ ຄົນ​ຈ່ອຍ​ທີ່​ຄິດວ່າ ​ອອກ​ກຳ​ລັງ​ກາຍ​ຈະ​ຍິ່ງ​ເຮັດໃຫ້​ຈ່ອຍ​ລົງ ເປັນ​ຄວາມ​ຄິດ​ທີ່​ຜິດ​ນະ​
  • ສັງເກດ​ວ່າ ​ສິ່ງ​ແວດ​ລ້ອມ​ແບບໃດ​ທີ່​ຊ່ວຍ​ໃຫ້​ຈະເລີນ​ອາ​ຫານແລ້ວ​ພະຍາຍາມ​ສ້າງ​ບັນ​ຍາ​ກາດ ​ເຊັ່ນນັ້ນ ​ໃນ​ການ​ຮັບປະທານ​ອາຫານ ເຊັ່ນ ໂຕະ​ອາຫານ​ທີ່​ຈັດ​ບັນ​ຍາ​ກາດ​ໃຫ້​ໜ້າ​ຮັກ ຫລື ​ຖ້ວຍ​​ລາຍ​ໜ້າຮັກ
  • ນອນ​ຫລັບ​ພັກ​ຜ່ອນ​ໃຫ້​ພຽງ​ພໍເພາະ​ຂະນະ​ຫລັບ​ຮ່າງກາຍ​ຈະ​ໃຊ້​ພະລັງ​ງານ​ໜ້ອຍ​ລົງ
  • ຕ້ອງ​ຕັ້ງ​ໃຈ​ ແລະ ​ສັນຍາ​ກັບ​ຕົນ​ເອງ​ວ່າ ​ຈະ​ຕ້ອງ​ເພີ່ມ​ນ້ຳ​ໜັກ​ໃຫ້​ສຳ​ເລັດແລະ ​ຄວນ​ໃຫ້​ລາງ​ວັນ​ກັບ​ໂຕ​ເອງ​ເປັນ​ໄລຍະ ເມື່ອ​ເພີ່ມ​ນ້ຳ​ໜັກ​ໄດ້​ສຳເລັດ