spot_img
Homeຂ່າວຕ່າງປະເທດລັດຖະບານອິນເດຍຮ້ອງຂໍໃຫ້ບໍລິສັດໂຊຊ້ຽວມີເດຍຢຸດໃຊ້ຄໍາວ່າ “ໂຄວິດ-19 ສາຍພັນອິນເດຍ”

ລັດຖະບານອິນເດຍຮ້ອງຂໍໃຫ້ບໍລິສັດໂຊຊ້ຽວມີເດຍຢຸດໃຊ້ຄໍາວ່າ “ໂຄວິດ-19 ສາຍພັນອິນເດຍ”

Published on

ລັດຖະບານປະເທດອິນເດຍຮ້ອງຂໍໃຫ້ບໍລິສັດທີ່ກ່ຽວກັບໂຊຊ້ຽວມີເດຍໃຫ້ລົບເນື້ອຫາທີ່ກ່ຽວກັບການໃຊ້ຄໍາວ່າ”ໂຄວິດ-19 ສາຍພັນອິນເດຍ” ແຕ່ໃຫ້ໃຊ້ຄໍາວ່າ “ໂຄວິດ-19 ສາຍພັນ B.1.617” ແທນ.

ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ກະຊວງເຕັກໂນໂລຊີຂອງປະເທດອິນເດຍໄດ້ຂຽນໜັງສືຫາບໍລິສັດດ້ານສື່ໂຊຊ້ຽວມີເດຍຫຼາຍແຫຼ່ງ ເພື່ອຂໍໃຫ້ລົບເນື້ອຫາທີ່ກ່ຽວຂ້ອງກັບໄວຣັສໂຄວິດ-19 ທີ່ໃຊ້ຄໍາວ່າ “ສາຍພັນອິນເດຍ” ອອກຈາກແພຕຟອມຕ່າງໆຂອງສື່ອອນລາຍ.

ທາງການອິນເດຍມີຄວາມກັງວົນກ່ຽວກັບການໃຊ້ຄໍາວ່າ ສາຍພັນອິນເດຍ ທີ່ຈະສ້າງຄວາມເສຍຫາຍທາງດ້ານພາບລັກຂອງປະເທດ. ທາງເຈົ້າໜ້າທີ່ລະດັບສູງຂອງອິນເດຍໄດ້ເປີດເຜີຍວ່າ ການຂຽນໜັງສືຮ້ອງຂໍດັ່ງກ່າວນັ້ນແມ່ນເພື່ອສະແດງເຖິງຈຸດຢືນຢ່າງຊັດເຈນຂອງລັດຖະບານເຖິງການເອີ້ນຊື່ຂອງໂຄວິດ-19 ສາຍພັນອິນເດຍ ນັ້ນວ່າເປັນການສື່ສານທີ່ສົ່ງຜົນທາງດ້ານລົບຕໍ່ກັບພາບລັກຂອງປະເທດ.

ເຖິງຢ່າງໃດກໍຕາມຜູ້ບໍລິຫານບໍລິສັດໂຊຊ້ຽວມີເດຍແຫ່ງໜຶ່ງໄດ້ກ່າວວ່າ: ການປິດບັງເນື້ອຫາທີ່ກ່ຽວຂ້ອງກັບຄໍາວ່າ “ສາຍພັນອິນເດຍ” ນັ້ນແມ່ນເຮັດໄດ້ຍາກເນື່ອງຈາກມີໂພສທີ່ກ່ຽວກັບຂໍ້ຄວາມດັ່ງກ່າວເປັນລ້ານໂພສ ແລະ ຄໍາທີ່ໃຊ້ເອີ້ນດັ່ງກ່າວຍັງຢູ່ໃນການລາຍງານຂ່າວຂອງສໍານັກຂ່າວລະດັບໂລກ.

 

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...