spot_img
Homeຂ່າວຕ່າງປະເທດອາເມລິກາ ຊັກຊວນປະຊາຊົນມາສັກວັກຊີນ ໂດຍແຈກເບຍເປັນຂອງແຖມ!!

ອາເມລິກາ ຊັກຊວນປະຊາຊົນມາສັກວັກຊີນ ໂດຍແຈກເບຍເປັນຂອງແຖມ!!

Published on

ເຖິງແມ່ນວ່າປະຊາຊົນຂອງສະຫະລັດອາເມລິກາຈະໄດ້ຮັບການສັກວັກຊີນໄປຫຼາຍກວ່າ 253 ລ້ານໂດສແລ້ວກໍຕາມ ແຕ່ຂະບວນການສັກວັກຊີນຕ້ອງໄດ້ຢຸດສະງັກລົງ ເພາະຍັງມີປະຊາຊາຊົນບາງສ່ວນທີ່ບໍ່ເຫັນດີໃນການສັກວັກຊີນ ທາງການຈຶ່ງຕ້ອງຫາວິທີຕ່າງໆເພື່ອມາເປັນສິ່ງກະຕຸ້ນໃຫ້ຄົນຫັນມາສັກວັກຊີນ ບໍ່ວ່າຈະເປັນການໃຫ້ເງິນ ຫຼື ແມ້ແຕ່ການສັກວັກຊີນເພື່ອແລກກັບເບຍ.

ດຣ. ເກລ ເບີສະໄຕ ຜູ້ຊ່ຽງຊານທາງດ້ານສຸຂະພາບໃຫ້ສໍາພາດວ່າ: “ປະຊາຊົນທີ່ມີອາຍຸລະຫວ່າງ 20-30 ປີ ແມ່ນກຸ່ມຄົນທີ່ສ່ວນໃຫຍ່ຍັງບໍ່ທັນໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ແລະ ຍັງເປັນກຸ່ມທີ່ມີການລາຍງານຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດ. ດັ່ງນັ້ນ, ເຮົາຕ້ອງຫາກິດຈະກໍາທີ່ມ່ວນ ແລະ ພວກເຂົາໃຫ້ຄວາມສົນໃຈ ຂ້ອຍຈຶ່ງຄິດວ່າການແຈກເບຍນີ້ແຫຼະແມ່ນສິ່ງທີ່ໜ້າຈະເປັນໄປໄດ້ ພວກເຮົາທົດລອງໃຊ້ວິທີການນີ້ໃນອາທິດທີ່ຜ່ານມາ ຜົນປາກົດວ່າ ພວກເຮົາສາມາດສັກວັກຊີນປ້ອງກັນເພີ່ມໄປໄດ້ອີກ 150 ຄົນ”.

ນອກຈາກນີ້ຍັງມີຮ້ານໂດນັດອອກມາໃຫ້ການສະໜັບສະໜຸນໃຫ້ຄົນຫັນມາສັກວັກຊີນປ້ອງກັນໂຄວິດ-19 ພຽງແຕ່ເອົາໃບຢັ້ງຢືນການສັກວັກຊີນມາຍື່ນກັບທາງຮ້ານກໍຈະໄດ້ກິນຟຣີ ແລະ ຍັງມີອີກຫຼາຍບໍລິສັດທີ່ມີຂໍ້ສະເໜີມອບເງິນປະມານ 5,000,000 ກີບ ພ້ອມກັບມື້ພັກວຽກເພື່ອແລກກັບການທີ່ໃຫ້ພະນັກງານໄປສັກວັກຊີນປ້ອງກັນໂຄວິດ-19 ອີກດ້ວຍ.

ຫຼາຍລັດໃນອາເມລິກາໄດ້ອະນຸຍາດໃຫ້ບຸກຄົນທີ່ມີອາຍຸ 18 ປີຂື້ນໄປ ທັງປະຊາຊົນສະຫະລັດ ຫຼື ຊາວຕ່າງຊາດທີ່ຖື Visa ສາມາດມີສິດໄດ້ຮັບການສັກວັກຊີນ ເຊິ່ງການສັກວັກຊີນໃນສະຫະລັດອາເມລິການັ້ນຈະໃຊ້ວັກຊີນ 3 ຍໍ້ຫໍ້ຄື: Pfizer ,Moderna ແລະ Johnson ປະຊາຊົນສາມາດເລືອກສີດວັກຊີນໄດ້ເລີຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...