spot_img
Homeຂ່າວພາຍ​ໃນຄະນະຊ່ຽວຊານແພດຈີນລົງສ້າງຄວາມໄວ້ວາງໃຈໃຫ້ແກ່ຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ

ຄະນະຊ່ຽວຊານແພດຈີນລົງສ້າງຄວາມໄວ້ວາງໃຈໃຫ້ແກ່ຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ

Published on

ໃນວັນທີ 6 ພຶດສະພາ ທີ່ຜ່ານມາ ເຊິ່ງເປັນມືທີ່ 3 ຂອງຄະນະຊ່ຽວຊານການແພດຈີນທີ່ມາຊ່ວຍ ສປປ ລາວ ໄດ້ສືບຕໍ່ເຮັດວຽກຢ່າງຕັ້ງໃຈ ເຊິ່ງເຂົາເຈົ້າໄດ້ແບ່ງອອກເປັນຫຼາຍຈຸ ເພື່ອປະຕິບັດໜ້າທີ່ຂອງໃຜຂອງລາວ. ສໍາລັບຈຸຄຸ້ມຄອງການຕິດເຊື້ອໄດ້ໄປສໍາຫຼວດຢູ່ຫ້ອງວິເຄາະແຫ່ງໜຶ່ງ ໂດຍໄດ້ກວດເບິ່ງຕົວຢ່າງທີ່ເກັບມາ ພ້ອມແລກປ່ຽນຄໍາຄິດເຫັນ ກ່ຽວກັບການຂ້າເຊື້ອກັບຜູ້ຊ່ຽວຊານຝ່າຍລາວ. ຈາກນັ້ນ, ຈຸດັ່ງກ່າວໄດ້ອົບຮົມດ້ານການຂ້າເຊື້ອ ແລະ ປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານຂອງໂຮງແຮມແລນມາກ ເຊິ່ງເປັນໜຶ່ງໃນສະຖານທີ່ຈໍາກັດບໍລິເວນທີ່ກໍານົດໄວ້.

ສໍາລັບຈຸການຄຸ້ມຄອງການລະບາດໄດ້ໄປສໍາຫຼວດ ຢູ່ບັນດາໂຮງໝໍພາກສະໜາມຄື: ໂຮງໝໍຫຼັກ 27, ໂຮງໝໍລ້ານຊ້າງ ແລະ ໂຮງໝໍຫ້ວຍຫົງ ເພື່ອເກັບກໍາສະພາບ ແລະ ຈັດລຽງຂັ້ນຕອນວຽກງານຕ່າງໆ ກໍຄື ເກັບກໍາຂໍ້ມູນ ຂອງຜູ້ຕິດເຊື້ອທີ່ກຳລັງປິ່ນປົວ ທັງໄດ້ໃຫ້ຄໍາເຫັນດ້ານວິຊາການ ເພື່ອປັບປຸງບັນຫາຕ່າງໆອີກດ້ວຍ.

ເຖິງແມ່ນວ່າ ອາກາດຢູ່ລາວຄ່ອນຂ້າງຮ້ອນ ບວກກັບຄະນະຊ່ຽວຊານລ້ວນແຕ່ໄດ້ໃສ່ຊຸດປ້ອງກັນທາງການແພດທີ່ໜາ ແລະ ອົບເອົ້າ ແຕ່ ຄະນະຊ່ຽວຊານແພດຈີນ ຍັງຕັ້ງໃຈສອບຖາມສະພາບຂອງຜູ້ຕິດເຊື້ອດ້ວຍຕົນເອງ ສະນັ້ນ, ຫຼັງຈາກແລ້ວວຽກຢູ່ໂຮງໝໍໃດໜຶ່ງ ມັກຈະເຫັນຊ່ຽວຊານເຫື່ອໄຫຼອອກຈົນປຽກໝົດໂຕເລີຍ.

ນອກນັ້ນ, ຄະນະຊ່ຽວຊານຍັງໄດ້ພາກັນຂຽນຄໍາວ່າ “ລາວສູ້ໆ” “ລາວຊະນະແນ່ນອນ” ຢູ່ເທິງຊຸດປ້ອງກັນ ເພື່ອໃຫ້ກໍາລັງໃຈກັບຜູ້ຕິດເຊື້ອ ກໍຄືໃຫ້ກໍາລັງໃຈແກ່ແພດໝໍລາວເຊິ່ງກັນແລະກັນ.

ຂ່າວໃຫ້ຮູ້ຕື່ມວ່າ: ຍັງມີຊ່ຽວຊານອີກຈຸໜຶ່ງໄດ້ໄປສໍາຫຼວກວຽກງານຕ່າງໆ ລວມທັງຮູ້ສະພາບການເຂົ້າ-ອອກເມືອງ, ການນໍາເຂົ້າ-ສົ່ງອອກສິນຄ້າ ກໍຄື ມາດຕະການປ້ອງກັນໂຄວິດ-19 ຢູ່ດ່ານເຂົ້າ-ອອກເມືອງ ຢູ່ຂົວມິດຕະພາບ. ນອກນີ້ ຄະນະຊ່ຽວຊານຍັງໄດ້ສັບຊ້ອນເວລາໄປໃຫ້ຄໍາຊີ້ນໍາ ທາງດ້ານວິຊາການ ຢູ່ເຂດພັດທະນາກວມລວມໄຊເສດຖາອີກດ້ວຍ.

ຫຼັງຈາກວຽກຂອງຄະນະຊ່ຽວຊານຄ່ອຍໆເຂົ້າທີ່ເຂົ້າທາງ ເຮັດໃຫ້ຜູ້ຕິດເຊື້ອ ບໍ່ວ່າລາວ ຫຼື ຈີນມີຄວາມໄວ້ວາງໃຈຫຼາຍຂຶ້ນ ຢູ່ໂຮງໝໍສະໜາມຫຼັກ 27 ມີຜູ້ຕິດເຊື້ອເວົ້າກັບຊ່ຽວຊານຈີນວ່າ: ເມື່ອໄດ້ເຫັນພວກທ່ານມາ ຂ້າພະເຈົ້າກໍຮູ້ສຶກອຸ່ນໃຈ ແລະ ວາງໃຈເລີຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...