spot_img
Homeຂ່າວທ້ອງຖິ່ນໂຄວິດ-19 ກະທົບແຮງງານລາວມີຜູ້ວ່າງງານເພີ່ມຂຶ້ນເກືອບ 63 ພັນຄົນ

ໂຄວິດ-19 ກະທົບແຮງງານລາວມີຜູ້ວ່າງງານເພີ່ມຂຶ້ນເກືອບ 63 ພັນຄົນ

Published on

ຕາມສະຖິຕິແຮງງານທີ່ກັບມາຈາກຕ່າງປະເທດ ແລະ ຜູ້ວ່າງງານເນື່ອງຈາກການໂຈະ ແລະ ປິດກິດຈະການຂອງຫົວໜ່ວຍແຮງງານພາຍໃນປະເທດໃຫ້ຮູ້ວ່າ; ຜູ້ອອກແຮງງານລາວເກືອບ62.999 ຄົນ, ຍິງ 32.000 ຄົນຖືກວ່າງງານ, ໃນນັ້ນວ່າງງານພາຍໃນປະເທດຈໍານວນ 5.832 ຄົນ, ກັບຈາກຕ່າງປະເທດ 50.389 ຄົນ ແລະບໍ່ບອກຂໍ້ມູນຈໍານວນ 7.778 ຄົນ. ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກ່າວປະກອບຄໍາເຫັນເນື່ອງໃນໂອກາດວັນກໍາມະກອນ ສາກົນຄົບຮອບ135ປີ.(1/5/1886-1/5/2021).

ທ່ານລັດຖະມົນຕີໃຫ້ຮູ້ຕື່ມວ່າ: ປີ 2020 ກະຊວງຮຮສ ໄດ້ປະຕິບັດອຸດໜູນວ່າງງານໃຫ້ແກ່ຜູ້ອອກແຮງງານ ແລະຫົວໜ່ວຍແຮງງານ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ຈໍານວນ 326 ຫົວໜ່ວຍແຮງງານ, ມີຜູ້ໄດ້ຮັບຜົນປະໂຫຍດຈໍານວນ 20.659 ຄົນ ຍິງ 13.270 ຄົນ, ເປັນເງິນ 18,93 ຕື້ກວ່າກີບ.

ນອກນັ້ນ,ກະຊວງ ຮຮສ ຍັງໄດ້ຊ່ວຍເຫຼືອແຮງງານລາວທີ່ກັບຄືນປະເທດຍ້ອນຜົນກະທົບໂຄວິດ-19 ໂດຍແຈກຢາຍອາຫານ ແລະເຄື່ອງດື່ມຢູ່ດ່ານຂົວມິດຕະພາບແຫ່ງທີ 1 ທີ່ນະຄອນຫຼວງວຽງຈັນ. ນອກນັ້ນຍັງໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຊ່ວຍແຮງງານທີ່ໄດ້ຮັບຜົນກະທົບໃຫ້ມີໂອກາດເຂົ້າສູ່ຕໍາແໜ່ງງານຕ່າງໆພາຍໃນ. ປີ 2020 ໄດ້ມອບເງິນ 100 ກວ່າລ້ານກີບໃຫ້ໜ່ວຍງານສະເພາະກິດນະຄອນຫຼວງວຽງຈັນ ແລະແຂວງຈໍາປາສັກ ເພື່ອຊ່ວຍເຫຼືອແຮງງານທີ່ກັບຄືນຈາກຕ່າງປະເທດ, ໄດ້ສົມທົບກັບອົງ ການແຮງງານສາກົນ (ILO) ແລະອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM), ມອບເຄື່ອງປ້ອງກັນພະຍາດໂຄວິດ-19, ເຄື່ອງໃຊ້ ແລະອາຫານແຫ້ງ ໃຫ້ແຮງງານຢູ່ສູນກັກກັນຕ່າງໆ ມູນຄ່າລວມຫຼາຍກວ່າ 600 ກວ່າລ້ານກີບ ແລະ ອື່ນໆ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...