Homeຂ່າວຕ່າງປະເທດຜູ້ນຳອາຊຽນຮຽກຮ້ອງໃຫ້ທະຫານມຽນມາຢຸດຕິຄວາມຮຸນແຮງໃນການປະຊຸມສຸດຍອດອາຊຽນ

ຜູ້ນຳອາຊຽນຮຽກຮ້ອງໃຫ້ທະຫານມຽນມາຢຸດຕິຄວາມຮຸນແຮງໃນການປະຊຸມສຸດຍອດອາຊຽນ

Published on

ບັນດາຜູ້ນຳຈາກປະເທດຕ່າງໆໃນອາຊຽນໄດ້ພົບປະກັບນາຍພົນລະດັບສູງຂອງມຽນມາທີ່ນະຄອນຫຼວງຈາກາຕາສຳລັບຈັດກອງປະຊຸມສຸດຍອດສຸກເສີນໃນວັນເສົາເພື່ອປຶກສາຫາລືກ່ຽວກັບການຢຸດຕິການໃຊ້ຄວາມຮຸນແຮງໃນປະເທດ.

ພົນເອກ ມິນ ອອງ ຫຼ່າຍ ຂອງມຽນມາໄດ້ເດີນທາງຮອດສິງກະໂປໃນຕອນເຊົ້າວັນເສົາເພື່ອປຶກສາຫາລືກັບປະທານາທິບໍດີແລະນາຍົກລັດຖະມົນຕີຈາກ 6 ປະເທດອາຊຽນອື່ນໆ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊິ່ງຖືກມອບ ໝາຍເປັນຜູ້ຕາງ ໜ້າພິເສດຂອງ ພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ເມສາ 2021 ທີ່ສໍານັກງານກອງເລຂາ ອາຊຽນ ນະຄອນຫຼວງຈາກາຕາ ສາທາລະນະລັດອິນໂດເນເຊຍ ພາຍໃຕ້ການເປັນປະທານ ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມໃນຖານະ ປະທານໝູນວຽນອາຊຽນ ປີ 2021.

ບັນດາຜູ້ນຳອາຊຽນຮຽກຮ້ອງໃຫ້ຢຸດຕິການສັງຫານໂດຍກົດດັນໃຫ້ນາຍພົນມິນ ອອງ ຫຼ່າຍ ຍອມຮັບເອົາຄວາມເຫັນດີເຫັນພ້ອມ 5 ຂໍ້ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ແລະ ລິເລີ່ມການສົນທະນາແບບສ້າງສັນພ້ອມທັງຍອມຮັບການຊ່ວຍເຫຼືອດ້ານມະນຸດສະທຳ.
ມະຕິຕົກລົງທັງ 5 ຂໍ້ປະກອບມີດັ່ງນີ້:

  • ຢຸດຕິການໃຊ້ຄວາມຮຸນແຮງ
    ອີງຕາມຄວາມເຫັນດີເຫັນພ້ອມ, ຄວາມຮຸນແຮງໃນມຽນມາຈະຢຸດເຊົາໃນທັນທີ ແລະ ທຸກຝ່າຍຈະໃຊ້ຄວາມອົດທົນຢ່າງເຕັມທີ່.
  • ສົນທະນາແບບສ້າງສັນ
    ລະຫວ່າງທຸກຝ່າຍທີ່ກ່ຽວຂ້ອງຕ້ອງເລີ່ມຊອກຫາມາດຕະການແກ້ໄຂໂດຍສັນຕິວິທີເພື່ອຜົນປະໂຫຍດຂອງປະຊາຊົນ.
  • ເອກອັກຄະລັດຖະທູດ
    ທູດພິເສດຂອງປະທານອາຊຽນຈະອຳນວຍຄວາມສະດວກໃຫ້ແກ່ການໄກ່ເກ່ຍຂອງຂະບວນການເຈລະຈາໂດຍການຊ່ວຍເຫຼືອຂອງເລຂາທິການໃຫຍ່ອາຊຽນ.
  • ການຊ່ວຍເຫລືອດ້ານມະນຸດສະທຳ
    ອາຊຽນຈະໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳໂດຍຜ່ານສູນປະສານງານອາຊຽນ ສຳລັບການຄຸ້ມຄອງໄພພິບັດ (AHA), ເຊິ່ງເປັນອົງການລັດຖະບານທີ່ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງສະມາຊິກອາຊຽນ ແລະ ສະຫະປະຊາຊາດກ່ຽວກັບການຄຸ້ມຄອງແລະຫຼຸດຜ່ອນໄພພິບັດ.
  • ຢ້ຽມຢາມປະເທດມຽນມາ
    ທູດພິເສດ ແລະ ຄະນະຜູ້ແທນຈະໄປຢ້ຽມຢາມມຽນມາເພື່ອພົບປະກັບທຸກຝ່າຍທີ່ກ່ຽວຂ້ອງ.
  • CNA ລາຍງານວ່າ ຄຳປາໄສຂອງຜູ້ນຳມາເລເຊຍທ່ານ Muhyiddin Yassin ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງຕໍ່ພົນລະເຮືອນ, ການປ່ອຍຕົວນັກໂທດການເມືອງ ແລະ ໃຫ້ປະທານອາຊຽນ ແລະ ເລຂາທິ ການໃຫຍ່ອາຊຽນໄດ້ຮັບການເຂົ້າເຖິງມຽນມາລວມເຖິງທຸກຝ່າຍທີ່ກ່ຽວຂ້ອງ. ຈຳນວນຜູ້ເສຍຊີວິດໃນມຽນໄດ້ເພີ່ມຂື້ນເປັນຫຼາຍກ່ວາ 550 ຄົນນັບຕັ້ງແຕ່ການປະທ້ວງໄດ້ເລີ້ມຂຶ້ນຫຼັງຈາກທະຫານໄດ້ເຂົ້າກຳອຳນາດໃນວັນທີ 1 ກຸມພາປີນີ້.

    ປະເທດລາວໄດ້ອອກຖະແຫຼງການຢ່າງເປັນທາງການກ່ຽວກັບມຽນມາໂດຍຜ່ານກະຊວງການຕ່າງປະເທດໃນວັນທີ 15 ມີນາ ທີ່ຜ່ານມາ, ໂດຍກ່າວເນັ້ນເຖິງຄວາມສຳຄັນຂອງການຮັກສາສະຖຽນລະພາບທາງການເມືອງໃນທຸກໆປະເທດສະມາຊິກອາຊຽນເພື່ອຮັບປະກັນໃຫ້ປະຊາຄົມອາຊຽນມີຄວາມໝັ້ນຄົງ, ສະຫງົບສຸກ ແລະຈະເລີນຮຸ່ງເຮືອງ.

    ຮຽບຮຽງຂ່າວ: ພຸດສະດີ

    ບົດຄວາມຫຼ້າສຸດ

    ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

    ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

    ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

    ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

    ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

    ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

    ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

    ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...