spot_img
Homeຂ່າວທ້ອງຖິ່ນກົມອຸຕຸນິຍົມ ເຕືອນສະພາບອາກາດໃນໄລຍະ 12 ຫາ 18 ເມສາ 2021

ກົມອຸຕຸນິຍົມ ເຕືອນສະພາບອາກາດໃນໄລຍະ 12 ຫາ 18 ເມສາ 2021

Published on

ຄາດຄະເນສະພາບອາກາດໃນໄລຍະວັນທີ 12 – 18 ເມສາ 2021 ໃນໄລຍະນີ້ ຈະມີຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອາກາດອ່ອນ ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ທີ່ຈະມີກຳລັງແຮງເພີ່ມຂື້ນພັດປົກຄຸມເປັນສ່ວນໃຫ່ຍ, ຊື່ງຈະເຮັດໃຫ້ອາກາດໜາວເຢັນຢູ່ແຂວງພາກເໜືອດ້ານຕາເວັນອອກ ແລະ ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກ້ວາງຢູ່ໃນແຕ່ລະພາກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

-ພາກເໜືອດ້ານຕາເວັນອອກ: ອາດຈະໜາວເຢັນ ພ້ອມມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ 26-28 ອົງສາ.

-ພາກເໜຶອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຄຸມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ເປັນບໍລິເວນກວ້າງ ແລະຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ຟ້າຜ່າ ແລະ ໝາກເຫັບຕົກ ເປັນບາງໂອກາດ ຢູ່ບາງທ້ອງຖິ່ນ. ໂດຍສະເພາະຢູ່ແຂວງອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 36-38 ອົງສາ.

-ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຄຸມໃນຕອນກາງຄືນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະຕົກປານກາງ ຫາໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 22-24 ອົງສາແລະ ສູງສຸດ 36-37ອົງສາ.

-ສະເພາະແຂວງໄຊສົມບູນ: ອາກາດໜາວເຢັນ ແລະ ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ: 26-30 ອົງສາ.

-ພາກໃຕ້: ອາກາດຮ້ອນ ຫາຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈຳປາສັກ, ອັດຕະປື ແລະເຊກອງ . ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 36-38ອົງສາ.

-ສະເພາະເຂດພູພຽງບໍລິເວນ: ອາກາດໜາວເຢັນ ແລະມີຝົນຕົກຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ 25-27ອົງສາ.

-ນະຄອນຫຼວງວຽງຈັນ: ອາກາດຮ້ອນ ແລະ ຈະມີຝົນຕົກຄ່ອຍຫາປານກາງ ພ້ອມຈະມີລົມພັດແຮງ ຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 35-37 ອົງສາ.

ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນ ຫາ ຮ້ອນເອົ້າທີ່ຈະເຮັດເກີດມີອັກຄີໄພ ແລະ ໃຫ້ມີສະຕິລະມັດລະວັງຕໍ່ສະພາບພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ,ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫ່ຍ ເພາະອາດຈະເກີດຖືກຟ້າຜ່າໄດ້. ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...