Homeຂ່າວພາຍ​ໃນການຖະແຫຼງການຂອງກອງປະກວດ Miss World Laos 2021 ແລະ ຄຳຊີ້ແຈງຕ່າງໆ ທີ່ສັງຄົມສົງໄສ

ການຖະແຫຼງການຂອງກອງປະກວດ Miss World Laos 2021 ແລະ ຄຳຊີ້ແຈງຕ່າງໆ ທີ່ສັງຄົມສົງໄສ

Published on

ໃນຕອນແລງ ຂອງວັນທີ 06 ເມສາ 2021, ທ່ານ ສາຍແກ້ວ ສີດາວົງ ປະທານກອງປະກວດມິສເວີລາວ ໄດ້ອອກມາຖະແຫຼງການກ່ຽວກັບບັນຫາຕ່າງໆ ຫຼັງຈາກການປະກວດສີ້ນສຸດລົງ, ໂດຍ ທ່ານ ສາຍແກ້ວ ໄດ້ກ່າວວ່າ: ນາງ ສຸພາວະດີ ວົງສະຫວັນ ອາຍຸເກີນເກນກຳນົດແທ້, ແຕ່ເອກະສານທີ່ທາງກອງປະກວດໄດ້ຮັບຈາກການສະໝັກ ຂອງ ນາງ ສຸພາວະດີ ແມ່ນມີເອກະສານທີ່ຄົບຕາມເກນ ຕາມທາງກອງປະກວດໄດ້ກຳນົດໄວ້ ເຊິ່ງໄດ້ມີຫຼັກຖານອ້າງອີງຄື ບັດປະຈຳໂຕ ທີ່ຢັ້ງຢືນວ່າ 26 ປີ ຕາມເກນ ແລະ ປະກອບຂໍ້ມູນຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມເກນມາດຕະການທີ່ທາງກອງປະກວດກຳນົດທຸກຢ່າງ. ດັ່ງນັ້ນ, ກອງປະກວດຈຶ່ງສາມາດເວົ້າໄດ້ວ່າ: ນາງ ສຸພາວະດີ ວົງສະຫວັນ ແມ່ນໄດ້ເຂົ້າມາສະໝັກຕາມເກນ ແລະ ຖືກຕ້ອງ. ກົດເບິ່ງວີດີໂອເຕັມໆໄດ້ທີ່: Miss World Laos 2021

ເຊິ່ງມື້ນີ້, ທາງດ້ານຂອງ ນາງ ສຸພາວະດີ ພົງສະຫວັນ ທີ່ໄດ້ຮັບຕຳແໜ່ງມິສເວີລາວ 2021(Miss World Laos 2021)ບໍ່ສາມາດມາຮ່ວມງານຖະແຫຼງການໃນຄັ້ງນີ້ໄດ້ ແຕ່ໄດ້ຝາກຄຣິບສຽງເພື່ອກ່າວຄຳຂໍໂທດຕໍ່ສັງຄົມ, ກອງປະກວດ ແລະ ແຟນນາງງານ ເຊິ່ງມີເນື້ອໃນໂດຍຫຍໍ້ດັ່ງນີ້: ສະບາຍດີ ຂ້າພະເຈົ້າ ນາງ ສຸພາວະດີ ພົງສະຫວັນ ກ່ອນອື່ນໝົດຕ້ອງຂໍໂທດທາງກອງປະກວດ ແລະ ຂໍໂທດປະຊາຊົນລາວທີ່ສ້າງຄວາມວຸ້ນວາຍ ທຳອິດທີ່ສະໝັກ ຄິດວ່າ ມັນເປັນຫຍັງທີ່ເປັນໄປບໍ່ໄດ້ ທີ່ຈະໄດ້ເຂົ້າຮອບ 20 ຄົນ ສຸດທ້າຍ ແລະ ຮັບຕຳແໜ່ງມິສເວີລາວ 2021(Miss World Laos 2021) ມັນເປັນຫຍັງທີ່ໄກເກີນຝັນ ທີ່ຜູ່ຍິງຄົນໜຶ່ງຕັ້ງເປົ້າໄວ້ໃນຊີວິດ ເຫດຜົນທີ່ສະຫຼະຕຳແໜ່ງ ຍ້ອນຢາກຮັກສາສື່ສຽງຂອງກອງປະກວດ ແລະ ຄອບຄົວໄວ້ ກັບໄປໃນປີ 2007 ທີ່ຊະນະການປະກວດນາງສັງຂານ ຂອງແຂວງສະຫວັນນະເຂດ ແລະ ໄດ້ຮັບຕຳແໜ່ງອັນດັບ1 ເຊິ່ງຕອນນັ້ນແມ່ອາຍຸ 15 ປີ ແລະ ໄດ້ເຂົ້າປະກວດນາງສາວອາພອນລາວ ຍ້ອນສະຫະພັນແມ່ຍິງແຂວງໄດ້ສົ່ງເຂົ້າປະກວດ ໂດຍທີ່ທາງຄະນະກຳມະການ ແລະ ທາງກອງປະກວດກໍຮູ້ວ່າ ອາຍຸ ບໍ່ຮອດ ແລະ ໄດ້ຮັບຕຳແໜ່ງ ຮອງອັນດັບ2 ຫຼັງຈາກນັ້ນໄດ້ໄປສຶກສາຕໍ່ທີ່ປະເທດສິງກະໂປ ເປັນເວລາ ເກືອບ 10 ປີ ແລະ ຈົບປະລິນຍາໂທ ກໍ່ກັບມາປະເທດລາວ ເພື່ອບໍລິຫານທຸລະກິດຄອບຄົວ ແລະ ຊ່ວຍເຫຼືອສັງຄົມເທົ່າທີ່ຕົນຈະເຮັດໄດ້, ແຕ່ຕອນກັບມາມີບັນຫາສຸຂະພາບຫຼາຍຢ່າງ ແລະ ມີຄົນບອກວ່າ ການປ່ຽນອາຍຸຈະເຮັດໃຫ້ສຸຂະພາບດີຂື້ນ ຈົນຮອດປະຈຸບັນເປັນເວລາເກືອບ 2 ປີ ແລ້ວ. ເມື່ອທ້າຍເດືອນກຸມພາ ໄດ້ເຫັນການແຊສ໌ໃນເຟສບຸກເຖິງການປະກວດມິສເວີລາວ2021(Miss World Laos 2021) ຈຶ່ງລອງເຂົ້າມາສະໝັກເບິ່ງ ໂດຍ ບໍ່ທັນໄດ້ປຶກສານຳຄອບຄົວ ແລະ ບໍ່ມີໃຜຮູ້ ບໍ່ມີເອື້ອຍລ້ຽງ ບໍ່ມີ ສະປອນເຊີ້ ແລະ ບໍ່ມີຜູ້ຊ່ວຍຊຸກຍູ້ດ້ານຕ່າງໆ ໃຊ້ທຶນນະສັບສ່ວນຕົນເພື່ອມາຕາມຝັນ ທີ່ຢາກຊ່ວຍເຫຼືອສັງຄົມ.

ເປົ້າໝາຍຂອງການປະກວດຄື: ຢາກສານຕໍ່ໂຄງການຊ່ວຍເຫຼືອຜູ້ປ່ວຍກ່ຽວກັບສຸຂະພາບຈິດໃຈຂອງຄົນ ແລະ ຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດໃນເຂດຊົນນະບົດ ໃຫ້ໄດ້ຮັບການສຶກສາທີ່ດີ ເຊິ່ງໂຄງການນີ້ໄດ້ຊ່ວຍເຫຼືອຜູ້ປ່ວຍສຸຂະພາບຈິດໄປແລ້ວ 100 ກ່ວາຄົນ ໃນຂອບເຂດທົ່ວປະເທດລາວ 1 ໃນນັ້ນໄດ້ມອບຢາປິ່ນປົວ ສຸຂະພາບຈິດໃຫ້ແກ່ທາງຫ້ອງການສາທາເມືອງຄໍາ ແຂວງຊຽງຂວາງ ໃນວັນທີ 9 ເດືອນ 9 2020 ຍ້ອນເຫດຜົນນີ້ ນ້ອງຈຶ່ງຢາກສານຕໍ່ໂຄງການໃຫ້ເປັນວົງກ້ວາງ ໂດຍຄິດວ່າ: ການໃຊ້ຕຳແໜ່ງ ຈະເປັນກະບອກສຽງໃຫ້ກັບຄົນລາວໃຫ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພາະໃນປະເທດລາວ ບໍ່ມີບ່ອນຮັບຮອງຜູ້ປ່ວຍສຸຂະພາບຈິດ ແລະ ເດັກນ້ອຍອໍທິດຕິກ(Autistic) ໄດ້ຮັບການປິ່ນປົວທີ່ຖືກຕ້ອງ. ນ້ອງຈຶ່ງໄດ້ເຂົ້າມາປະກວດໂດຍບໍ່ໄດ້ຄຳນຶງເຖິງຜົນທີ່ຕາມມາ ແລະ ຕັ້ງແຕ່ໄດ້ຮັບຕຳແໜ່ງ ກໍ່ມີຜົນກະທົບບັນຫາສື່ອອນລາຍຫຼາຍຢ່າງ ແລະ ຊີວິດໄດ້ຖືກລຸກລໍ້າພື້ນທີ່ສ່ວນໂຕແບບຮຸນແຮງ ແລະ ໄດ້ສຽດສີເຖິງກອງປະກວດວ່າ ໄດ້ຊື້ຈ້າງຕຳແໜ່ງ ເຊິ່ງບໍ່ມີມູນຄວາມຈິງ. ນ້ອງຈຶ່ງໄດ້ຕັດສິນໃຈໂພສແຈ້ງການສະຫຼະຕຳແໜ່ງ ເພື່ອປົກປ້ອງຊື່ສຽງຂອງກອງປະກວດໄວ້, ນ້ອງຫວັງຢ່າງຍິ່ງວ່າ: ສັງຄົມຈະໃຫ້ອະໄພໃນການກະທຳໃນຄັ້ງນີ້ດ້ວຍ. “ນັກປາດຍັງຮູ້ພາດ ສັດສີ່ຕີນຍັງຮູ້ມື້ນ” ສຸດທ້າຍ ຂໍຂອບໃຈທຸກຝ່າຍທຸກຄົນທີ່ຢູ່ເບື້ອງຫຼັງ ທີ່ສົ່ງກຳລັງໃຈມາໃຫ້ຕະຫຼອດ.

ດັ່ງນັ້ນ, ທາງກອງປະກວດຈຶ່ງເຫັນດີວ່າ: ນາງ ສຸພາວະດີ ພົງສະຫວັນ ໄດ້ສີ້ນສຸດການດຳລົງຕຳແໜ່ງ ມິສເວີລາວ 2021 (Miss World Laos 2021) ຕັ້ງແຕ່ມື້ນີ້ເປັນຕົ້ນໄປ. ແລະ ທາງຄະນະຂອງພວກເຮົາໄດ້ເຫັນດີແຕ່ງຕັ້ງ ນາງ ພອນວິໄລ ຫຼວງລາດ ຮອງອັນດັບ1 Miss World Laos 2021 ຂື້ນເປັນ Miss World Laos ປະຈຳປີ 2021 ແລະ ແຕ່ງຕັ້ງ ນາງ ອາລິຍາ ອິນທະວົງ ຮອງອັນດັບ2 Miss World Laos 2021 ຂື້ນເປັນ ຮອງອັນດັບ1 Miss World Laos ປະຈຳປີ 2021 ຢ່າງເປັນທາງການຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...