spot_img
Homeຂ່າວທ້ອງຖິ່ນ3 ແຂວງພາກເໜືອຂອງລາວເກີດເຫດແຜ່ນດິນໄຫວ 4 ຄັ້ງ

3 ແຂວງພາກເໜືອຂອງລາວເກີດເຫດແຜ່ນດິນໄຫວ 4 ຄັ້ງ

Published on

 ອີງຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານສະພາບການເກີດແຜ່ນດິນໄຫວ ໃນວັນທີ 29 ມີນາ 2021 ເວລາ 08:20 ໂມງ ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 4 ຄັ້ງ ໃນບໍລິເວນພາກເໜືອຂອງປະເທດລາວ. ແຕ່ລາຍງານເຫດການແຜ່ນດິນໄຫວໃນເບື້ອງຕົ້ນ ຍັງບໍ່ມີລາຍງານຜົນເສຍຫາຍ.

ໃນເວລາ 08:29:35 ໂມງ ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 19.447°N ແລະ ເສັ້ນແວງທີ 101.202°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2,4 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງຫນ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານສາລາ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທສະບານເມືອງໄຊສະຖານປະມານ 11 Km. 

ໃນເວລາ 11:00:43 ໂມງ ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 18.815°N ແລະ ເສັ້ນແວງທີ່ 103.067°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,1 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານຄໍ້ໃຕ້ ເມືອງເຈົ້າອະນຸວົງ ແຂວງໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທສະບານເມືອງເຈົ້າອະນຸວົງປະມານ 10 Km   ແລະ ໃນເວລາ 11:04:12 ໂມງຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ 19.079°Nແລະ ເສັ້ນແວງທີ 103.lll°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,9 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງຫນ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານຫຼວງພັນໄຊ ເມືອງເຈົ້າອະນຸວົງ ແຂວງໄຊສົມບູນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທສະບານເມືອງເຈົ້າອະນຸວົງປະມານ 20 Km.      

ໃນເວລາ 11:10:02 ໂມງ ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງເສັ້ນຂະຫນານທີ່ 19.73°N ແລະ ເສັ້ນແວງທີ 102.75°E ຄວາມແຮງສັ່ນສະເທືອນວັດແທກໄດ້ 4,5 ຣິກເຕີ ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 83 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ເມືອງພູຄູນ ແຂວງຊຽງຂວາງ.

ຮຽບຮຽນຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...