spot_img
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດຈາກລັດຖະປະຫານໃນມຽນມາເພີ່ມຂຶ້ນຫຼາຍກວ່າ 400 ຄົນ

ຍອດຜູ້ເສຍຊີວິດຈາກລັດຖະປະຫານໃນມຽນມາເພີ່ມຂຶ້ນຫຼາຍກວ່າ 400 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 28 ມີນາ 2021 ວ່າ ສື່ທ້ອງຖິ່ນຫຼາຍສຳນັກຂອງມຽນມາລາຍງານຈຳນວນຜູ້ເສຍຊີວິດຈາກການປາບປາມກຸ່ມຜູ້ປະທ້ວງທາງການເມືອງເພື່ອຕໍ່ຕ້ານລັດຖະປະຫານ ເມື່ອວັນເສົາທີຜ່ານມາ ເຊິ່ງເປັນວັນສ້າງຕັ້ງກອງທັບມຽນມາ 76 ປີ ມີຈຳນວນຜູ້ເສຍຊີວິດ 100 ຄົນ ໂດຍສຳນັກຂ່າວ ມຽນມານາວ ລາຍງານໄວ້ທີ່ 114 ຄົນ ສ່ວນສຳນັກຂ່າວ The Irrawaddy ລາຍງານໄວ້ຢ່າງໜ້ອຍ 102 ຄົນ.

ທັງນີ້, ໃນຈຳນວນຜູ້ເສຍຊີວິດລວມເຖິງເດັກນ້ອຍ 4 ຄົນ ໃນລະຫວ່າງ 5-15ປີ ໃນຂະນະທີ່ການສະຫຼາຍຜູ້ປະທ້ວງຂອງເຈົ້າໜ້າທີ່ເພື່ອຄວາມໝັ້ນຄົງເກີດຂຶ້ນຕາມສະຖານທີ່ 44 ແຫ່ງ ໃນ 10 ລັດ ແລະ ພື້ນທີ່ທີ່ເກີດຄວາມຮຸນແຮງທີ່ສຸດຄືເມືອງຢາງກຸ້ງ ແລະ ເມືອງມັນດາເລ.

ເຫດການທີ່ເກີດຂຶ້ນນີ້ຖືເປັນວັນນອງເລືອກຄັ້ງໃໝ່ນັບຕັ້ງແຕ່ມີການລັດຖະປະຫານ ເມື່ອວັນທີ 1 ມີນາ ທີ່ຜ່ານມາ ແລະ ເຮັດໃຫ້ມີຈຳນວນຜູ້ເສຍຊີວິດສະສົມເພີ່ມເປັນ 440 ຄົນ, ມີຜູ້ໄດ້ຮັບບາດເຈັບອີກຈຳນວນຫຼາຍ ແລະ ມີຜູ້ຖືກຈັບກຸມຕົວຫຼາຍກວ່າ 3,000 ຄົນ.

ສະຖານທູດສະຫະລັດອາເມລິກາປະຈຳທີ່ນະຄອນຢາງກຸ້ງອອກຖະແຫຼງການກ່າວປະນາມກອງທັບມຽນມາ “ຂ້າພົນລະເຮືອນ” ເຊິ່ງເປັນການລະເມີດຄຳສາບານທີ່ວ່າ “ທະຫານຈະປົກປ້ອງປະຊາຊົນ” ແລະ ສະແດງຄວາມວິຕົກກັງວົນຕໍ່ການເກີດເຫດຄົນຮ້າຍຍິງປືນຫຼາຍນັດ ມັນໄດ້ສ້າງຄວາມເສຍຫາຍໃຫ້ກັບແວ່ນປ່ອງຢ້ຽມຂອງສູນວັດທະນະທຳອາເມລິກາ ໃນເມືອງຢາງກຸ້ງ ໂຊກດີທີ່ບໍ່ມີຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...