spot_img
Homeຂ່າວພາຍ​ໃນທິດຊີ້ນຳກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ປີ ພສ 2564 (ຄສ 2021)

ທິດຊີ້ນຳກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ປີ ພສ 2564 (ຄສ 2021)

Published on

ອິງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 93/ນຍ, ລົງວັນທີ 03 ມີນາ 2017;

ອິງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19, ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020;

ອິງຕາມ ຜົນກອງປະຊຸມປຶກສາຫາລື ຮ່ວມກັບຂະແໜງການຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ໃນການກະກຽມຈັດງານສະເຫຼີມສະຫຼອງປີໃໝ່ລາວ ປີ ພສ 2564 (ຄສ 2021) ໃນຄັ້ງວັນທີ 23 ມີນາ 2021;

ອີງຕາມ ການຕົກລົງ ແລະ ຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ຄັ້ງວັນທີ 24 ມີນາ 2021;

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເນື່ອງຈາກບຸນປີໃໝ່ປະຈຳຊາດເຮົາ ປີ ພສ 2563 (ຄສ 2021)  ນີ້ ຍັງມີສະພາບການລະບາດໂຄວິດ-19 ຢູ່ຊຸມຊົນຕ່າງໆ ໃນຂອບເຂດທົ່ວໂລກກໍ່ຄືປະເທດໃກ້ຄຽງ ຍັງສືບຕໍ່ແຜ່ລະບາດໃນລະດັບຕ່າງກັນ. ສະນັ້ນ, ໃນການຈັດຕັ້ງສະຫຼອງປີໃໝ່ປີນີ້ ທົ່ວປວງຊົນລາວບັນດາເຜົ່າຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ ທີ່ລັດຖະບານໄດ້ວາງອອກໃນໄລຍະຜ່ານມາດ້ວຍຄວາມເປັນເຈົ້າການໂດຍເອົາໃຈໃສ່ບາງຈຸດຕົ້ນຕໍດັ່ງນີ້:

  1. ກໍານົດວັນພັກສະຫຼອງປີໃໝ່ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແຕ່ວັນທີ 14, 15 ແລະ 16 ເມສາ 2021.
  2. ການຈັດຕັ້ງສະຫຼອງປີໃໝ່ລາວໃຫ້ປະຕິບັດໃນຂອບເຂດຮີດຄອງປະເພນີ ແລະ ຂະນົບທຳນຽມອັນດີງາມ ເຊິ່ງຈັດຂຶ້ນຢູ່ພາຍໃນຄອບຄົວ, ສຳນັກງານອົງການ, ວັດວາອາຮາມ ແລະ ສະຖານທີສັກກະລະບູຊາຕ່າງໆ (ການບາສີສູ່ຂວັນ, ການສົງພະ)
  3. ກິດຈະກຳທີ່ບໍ່ອະນຸຍາດໃຫ້ດຳເນີນ ໃນຊ່ວງໄລຍະປີໃໝ່ນີ້ມີ: ການສະແດງສິລະປະດົນຕີຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດ (ແຄມນ້ຳ) ການຫົດນໍ້າເປື້ອນ, ນ້ຳສີ ແລະ ນຳໃຊ້ພາຫະນະອຸປະກອນອື່ນໆ ເພື່ອຫົດນໍ້າຄົນອື່ນຢູ່ຕາມຫົນທາງ ແລະ ສະຖານທີຕ່າງໆ, ງານສະແດງດົນຕີ (ຄອນເສີດ) ງານປະກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານຕະຫຼາດນັດ, (ຍົກເວັ້ນຢູ່ຕາມສະຖານທີ່ ທີ່ລັດກຳນົດໄວ້)
  4. ມອບໃຫ້ອົງການປົກຄອງທຸກຂັ້ນ ສົມທົບກັບກຳລັງປະກອບອາວຸດຂັ້ນຕົນ ເພີ່ມທະວີລາດຕະເວນຢູ່ຕາມບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມສຳນັກງານ-ອົງການ ແລະ ຕາມບ້ານຊ່ອງຕ່າງໆ, ຕິດຕາມຄົນເຂົ້າອອຕາມດ່ານຕ່າງໆຢ່າງເຄັ່ງຄັດເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃຫ້ໄດ້ເປັນປົກກະຕິ.
  5. ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງຮັກສາຄວາມສະຫງົບ  ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ, ແລະ ແກ້ໄຂທຸກປາກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ.
  6.  ໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ແຕ່ລະຂັ້ນສືບຕໍ່ປະຕິບັດໜ້າທີ່ຂອງຕົນ ດ້ວຍມາດຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດໂຄວິດ-19 ໃນໄລຍະສະຫຼອງປີໃໝ່ຢ່າງເດັດຂາດ.
  7. ໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ແຕ່ລະຂັ້ນ ສົມທົບກັບພາກສ່ວນກ່ຽວຂ້ອງ ຄຸ້ມຄອງລາຄາສິນຄ້າໃຫ້ມີຄວາມທຽງທຳ ແລະ ປົກກະຕິ, ເດັດຂາດບໍ່ໃຫ້ຜູ້ປະກອບການຕ່າງໆ ສວຍໂອກາດຂຶ້ນລາຄາສິນຄ້າທຸກປະເພດ.
  8. ໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທຸກຂັ້ນ ຈັດຕັ້ງຜັນຂະຫຍາຍແຈ້ງການສະບັບນີ້ ໃຫ້ສອດຄອງກັບສະພາບຈຸດພິເສດຂອງແຕ່ລະບ່ອນ ທັງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດຕົວຈິງແລະ ລາຍງານສະພາບການຕ່າງໆ ໃຫ້ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ.
  9. ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວີການໂຄສະນາ ແລະ ເຜີຍແຜ່ເນື້ອໃນແຈ້ງການສະບັບນີ້ໂດຍຕິດພັນກັບລະບຽບການສະເພາະຂອງຕົນຜ່ານສື່ຕ່າງໆ ໃຫ້ ພະນັກງານ, ທະຫານ-ຕຳຫຼວດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ.

ດັ່ງນັ້ນຈຶ່ງແຈ້ງການມາຍັງທຸກພາກສ່ວນທຸກຂັ້ນທົ່ວປະເທດຮັບຊາບ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...