spot_img
Homeຂ່າວຕ່າງປະເທດກອງທັບມຽນມາປະກາດໃຊ້ກົດໄອຍະການເສິກແກ່ຜູ້ປະທ້ວງ! ໂຮງງານຈີນຫຼາຍແຫ່ງຖືກຈູດ

ກອງທັບມຽນມາປະກາດໃຊ້ກົດໄອຍະການເສິກແກ່ຜູ້ປະທ້ວງ! ໂຮງງານຈີນຫຼາຍແຫ່ງຖືກຈູດ

Published on

ລັດຖະບານທະຫານຂອງມຽນມາປະກາດ “ກົດໄອຍະການເສິກເຕັມຮູບແບບ” ເມື່ອຕອນເດິກຂອງວັນທີ 14 ມີນາ 2021 ໂດຍປະກາດໃຊ້ໃນບາງພື້ນທີ່ຂອງຢາງກຸ້ງ ເຊິ່ງເປັນເມືອງຫຼວງການຄາຫຼັງຈາກການປະທະເຮັດໃຫ້ມີຜູ້ເສຍຊີວິດຫຼາຍຂຶ້ນ ແລະ ໂຮງງານຈີນໃນມຽນມາຖືກຈູດ.

ຄຳສັ່ງກົດໄອຍະການເສິກມີຜົນບັງຄັບໃຊ້ກັບສອງເມືອງທີ່ມີປະຊາຊົນໜາແໜ້ນໃນຢ່າງກຸ້ງໄດ້ແກ່ ເຂດແລງຕາຍາ ແລະ ເຂດຊະເວ ປະຍີ ຕາ ມາດຕະການນີ້ໃຫ້ອຳນາດຜູ້ບັນຊາການກອງທັບເຂດຢ່າງກຸ້ງສາມາດໃຊ້ອຳນາດໄດ້ເພື່ອ “ເຮັດທຸງຄວາມປອດໄພຫຼັກນິຕິທຳ ແລະ ສັນຕິພາຍໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ”.

ສຳນັກຂ່າວຣອຍເຕີລາຍງານວ່າ ຈີນຮຽກຮ້ອງໃຫ້ມຽນມາຢຸດຕິຄວາມຮຸນແຮງ ແລະ ປົກປ້ອງບໍລິສັດ ແລະ ບຸກຄະລາກອນຂອງຈີນຫຼັງຈາກເກີດເຫດການໂຈມຕີໂຮງງານທີ່ໄດ້ຮັບການສະໜັບສະໜູນທາງການເງິນຈາກຈີນທີ່ມຽນມາ.

 ດ້ານສຳນັກຂ່າວ Eleven Media Group ໃນມຽນມາລາຍງານວ່າ ເກີດໄຟໄໝ້ທີ່ໂຮງງານຜະລິດເສື້ອຜ້າຫຼາຍແຫ່ງໃນເຂດຕາຍາ ແລະ ເຂດຊະເວປະຍີຕາ.

ໃນເຂດແລງຕາຍາເກີດໄຟໝ້ໂຮງງານຜະລິດເສື້ອຜ້າ Wai Kyal ໂຮງງານປຸ໋ຍ Shwe Na Gar ລວມເຖິງໂຮງງານຕັດຫຍິບເສື້ອຜ້າອື່ນໆ ອີກຫຼາຍແຫ່ງ ແລະ ສາງເກັບສິນຄ້າ ສ່ວນໃນເຂດຊະເວປະຍີຕາ ເກີດໄຟໄໝ້ຂຶ້ນທີ່ໂຮງງານຜະລິດເສື້ອ Myanmar Solar Moda.

ຫຼັງຈາກການກໍ່ລັດຖະປະຫານຂອງກອງທັບມຽນມາໄດ້ເກີດກະແສຕໍ່ຕ້ານປະເທດຈີນຫຼາຍຂຶ້ນເນື່ອງຈາກປະຊາຊົນມຽນມາເຂົ້າໃຈວ່າຈີນຢູ່ເບື້ອງຫຼັງ ຫຼື ສະໜັບສະໜູນການເຮັດລັດຖະປະຫານ ແລະ ບາງສ່ວນບໍ່ພໍໃຈຈີນທີ່ບໍ່ສະແດງທ່າທີຄັດຄ້ານ ຫຼື ປະນາມການເຮັດລັດຖະປະຫານໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...