Homeຂ່າວພາຍ​ໃນຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX

ຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX

Published on

ອິງຕາມປະກາດແຈ້ງການຂອງຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບລາຍຊື່ຜູ້ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX.

ອີງຕາມ ກົດໝາຍວ່າດ້ວຍ ການເລືອກຕັ້ງສະພາຊິກສະພາແຫ່ງຊາດ ແລະສະພາຊິກສະພາປະຊາຊົນ ຂັ້ນແຂວງສະບັບທີ 66/ສພຊ, ມາດຕາ 36 ກ່ຽວກັບການນັບຄະແນນສຽງ, ມາດຕາ 39 ກ່ຽວກັບຜູ້ໄດ້ຮັບການເລືອກຕັ້ງ ແລະ ມາດຕາ 40 ກ່ຽວກັບການປະກາດຜົນເລືອກຕັ້ງ.

ອີງຕາມ ການລາຍງານຜົນການສັງລວມຄະແນນ ຂອງການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 25 ກຸມພາ 2021 ຂອງຄະນະກໍາມະການເລືອກຕັ້ງແຂວງ, ນະຄອນຫຼວງ ໃນທົ່ວປະເທດ.

ຄະນະກຳມະການເລືອກຕັ້ງລະດັບຊາດ ປະກາດແຈ້ງການກ່ຽວກັບຜູ້ໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX.

ເຊິ່ງມີຈຳນວນທັງໝົດ 164 ທ່ານ, ຍິງ 35 ທ່ານ ລາຍຊື່ລະອຽດໃນແຕ່ລະເຂດເລືອກຕັ້ງ ມີດັ່ງນີ້ :

ຄະນະກຳມາທິການເລືອກຕັ້ງຂັ້ນແຂວງ, ນະຄອນຫຼວງ, ບັນດາເຜົ່າ, ລັດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູງກາງ.

ຈຶ່ງຈັດຕັ້ງການເຜີຍແຜ່ຜົນການເລືອກຕັ້ງຄັ້ງນີ້.

ໃຫ້ຖັນແຖວພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ຢ່າງກ້ວາງຂວາງ ແລະ ທົ່ວເຖິງ.

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...