spot_img
Homeຂ່າວຕ່າງປະເທດລັດຖະປະຫານໃນມຽນມາປາບປາມຜູ້ປະທ້ວງທີ່ນັບມື້ນັບຮຸນແຮງຂຶ້ນມີຜູ້ເສຍຊີວິດ 50ຄົນ

ລັດຖະປະຫານໃນມຽນມາປາບປາມຜູ້ປະທ້ວງທີ່ນັບມື້ນັບຮຸນແຮງຂຶ້ນມີຜູ້ເສຍຊີວິດ 50ຄົນ

Published on

ສຳນັກຂ່າວຣອຍເຕີລາຍງານສະຖານະການລັດຖະປະຫານໃນມຽນມາປາບປາມຜູ້ປະທ້ວງທີ່ນັບມື້ນັບຮຸນແຮງຂຶ້ນ. ສະຫະປະຊາຊາດ (UNDP) ອອກຖະແຫຼງການວ່າ ສະເພາະວັນທີ 3 ມີນາ 2021 ມີຜູ້ປະທ້ວງຕາມເມືອງຕ່າງໆ ຖືກສັງຫານລວມກັນເຖິງ 30 ຄົນ ຖືເປັນສະຖິຕິວັນນອງເລືອດທີ່ຮຸນແຮງທີ່ສຸດ ນັກຕັ້ງແຕ່ເກີດການລັດຖະປະຫານຂຶ້ນໃນວັນທີ 1 ກຸມພາ ທີ່ຜ່ານມາ.

ທ່ານ ນາງ ຄຣິສທິນ ຊຣາເນີ ບຣູເກເນີ ທູດພິເສດສະຫະປະຊາຊາດດ້ານມຽນມາ ໄດ້ກ່າວວ່າ “ວັນນີ້ເປັນວັນນອງເລືອດສູງສຸດນັບຈາກມີລັດຖະປະຫານເກີດຂຶ້ນ ສະເພາະວັນນີ້ (3 ມີນາ) ມີປະຊາຊົນເສຍຊີວິດ 38 ຄົນ ແລະ ມີຈຳນວນຜູ້ເສຍຊີວິດເກີນ 50 ຄົນແລ້ວ ນັບຈາກທີ່ເກີດລັດຖະປະຫານ ພ້ອມຍັງມີຜູ້ໄດ້ຮັບບາດເຈັບອີກຈຳນວນຫຼາຍ”.

ທ່ານນາງເອກອັກຄະລັດຖະທູດຍິງກ່າວວ່າ ໃນລະຫວ່າງການສົນທະນາກັບທ່ານ ໂຊວິນ ຮອງຜູ້ນຳ ກອງທັບມຽນມາ ຈາກນັ້ນທ່ານໄດ້ເຕືອນວ່າ ທະຫານຈະຕ້ອງປະເຊີນກັບມາດຕະການທີ່ໂຫດຮ້າຍຈາກບາງປະເທດ ແລະ ຈະຖືກໂດດດ່ຽວເພື່ອຕອບໂຕ້ການລັດຖະປະຫານໃນຄັ້ງນີ້ ແຕ່ຄຳຕອບທີ່ຂ້າພະເຈົ້າໄດ້ຮັບບໍ່ແມ່ນຄວາມສົນໃຈ.

ທັງນີ້, ຄະນະລັດຖະມົນຕີຄວາມໝັ້ນຄົງຂອງ UNDP ຈະເປີດການຫາລືກ່ຽວກັບະຖານະການໃນມຽນມາໃນກອງປະຊຸມປິດໃນວັນສຸກທີ 5 ມີນາ 2021 ໃນຂະນະທີ່ລັດຖະບານອາເມລິກາຮຽກຮ້ອງໃຫ້ຈີນມີບົດບາດທີ່ສ້າງສັນໃນກອງທັບມຽນມາເພື່ອຢຸດຕິການໃຊ້ຄວາມຮຸນແຮງ.

ໂຄສົກກະຊວງການຕ່າງປະເທດທ່ານ ເນັດ ໄພຣຊ໌ ກ່າວວ່າສະຫະລັດຮູ້ສຶກຕົກຕະລຶງຍ້ອນຄວາມຮຸນ ແຮງທີ່ເພີ່ມທະວີຂຶ້ນ ປະທານາທິບໍດີໂຈ ໄບເດນ ກຳລັງທົບທວນມາດຕະການຕອບໂຕ້ທີ່ແນໃສ່ກອງ ທັບມຽນມາໂດຍກົງ. ນອກຈາກນີ້, ສະຫະລັດຍັງຮຽກຮ້ອງໃຫ້ມຽນມາປ່ອຍຕົວນັກຂ່າວທີ່ພົວພັນກັບ ສຳ ນັກຂ່າວສານສະຫະລັດໃນທັນທີຫຼັງຈາກກອງທັບມຽນມາໄດ້ຈັບຕົວນັກຂ່າວ AP, ດຳເນີນຄະດີ ພ້ອມດ້ວຍນັກຂ່າວອີກ 5 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...