spot_img
Homeຂ່າວທ້ອງຖິ່ນຫາດຊາຍຟອງ ສະໜອງພືດຜັກໃຫ້ຕະຫຼາດ ໄດ້ຫຼາຍກວ່າແສນໂຕນຕໍ່ປີ

ຫາດຊາຍຟອງ ສະໜອງພືດຜັກໃຫ້ຕະຫຼາດ ໄດ້ຫຼາຍກວ່າແສນໂຕນຕໍ່ປີ

Published on

20141021131020

 

ເມືອງ​ຫາດ​ຊາຍ​ຟອງ ນະຄອນ​ຫຼວງ​ວຽງ​ຈັນ ຖື​ວ່າ​ເປັນເມືອງ​ໜຶ່ງ​ທີ່​ພົ້ນ​ເດັ່ນ ​ໃນ​ການ​ປູກພືດ​ຜັກ​ເປັນ​ສິນຄ້າ ເນື່ອງ​ຈາ​ກ

ວ່າເປັນ​ເມືອງ​ທີ່​ມີ​ທ່າແຮງ ມີ​ເນື້ອທີ່ທຳ​ການ​ຜະລິດ​ທີ່​ກວ້າງຂວາງ ແລະ ອຳນວຍ​ຄວາມ​ສະດວກ ທີ່ຕັ້ງ​ຢູ່​ລຽບ​ຕາມ​ແຄມ

​ແມ່ນ້ຳ​ຂອງ ປະຊາຊົນ​ມີ​ມູນເຊື້ອ​ດຸໝັ່ນຂະຫຍັນ​ພຽນ ​ໃນ​ການ​ອອກແຮງງານ​ທຳ​ການ​ຜະລິດ​ປູກ​ພືດ​ຜັກ ເພື່ອ​ບໍລິໂພກ

ແລະ ເປັນ​ສິນຄ້າ ເຊິ່ງ​ມັນ​ສະແດງ​ໃຫ້​ເຫັນ​ໃນ​ປີ​ໜຶ່ງຜ່ານ​ມາ​ ສາມາດ​ຜະລິດ​ພືດ​ຜັກເປັນ​ສິນຄ້າ​ໄດ້​ຫຼາຍ​ກວ່າ​ແສນໂຕນ

ເພື່ອ​ສະໜອງ​ໃຫ້​ແກ່​ຕະຫຼາດ​ພາຍ​ໃນ​ນະຄອນຫຼວງ​ວຽງຈັນ ອີງ​ຕາມ​ຂໍ້​ມູນ​ຢູ່​ໃນ​ບົດ​ສະຫຼຸບ​ສະພາບ​ການຈັດຕັ້ງ​ປະຕິບັດ

ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ (2010-2014) ຂອງເມືອງ​ຫາດ​ຊາຍ​ຟອງ ​ໄດ້​ໃຫ້​ເຫັນວ່າ: ເມືອງ​ຫາດ​ຊາຍ​ຟອງ

​ມີ​ເນື້ອທີ່​ປູກ​ພືດ​ຜັກ​ສອງ​ລະດູ​ການ ທັງໝົດ 3.450 ເຮັກຕາ ສາມາດປູກ​ໝູນວຽນ​ໄດ້ 4 ຄັ້ງ​ຕໍ່​ປີ ດ້ວຍສະມັດ​ຕະ​ພາບ

8,5 ໂຕນ​ຕໍ່​ເຮັກຕາ ຜົນ​ຜະລິດສະເລ່ຍ​ໄດ້ 117.300 ໂຕນ​ຕໍ່​ປີ ຖ້າ​ທຽບໃສ່ການ​ຜະລິດ​ໃນ​ສົກ​ປີ 2009-2010 ເນື້ອທີ່​ເພີ່ມ

​ຂຶ້ນ 340 ເຮັກຕາ ແລະ ຜົນ​ຜະລິດ​ກໍ່​ເພີ່ມ​ຂຶ້ນ 14.297 ໂຕນ ເທົ່າ​ກັບ 13,8% ເຊິ່ງ​ຄວາມ​ຕ້ອງການ​ບໍລິໂພກ​ພືດຜັກ​ຂອງ

​ປະຊາຊົນ​ຢູ່​ເຂດ​ຊານເມືອງ 75 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ດັ່ງນັ້ນ ເມືອງ​ຫາດ​ຊາຍ​ຟອງ​ຈຶ່ງ​ມີ​ຜັກເຫຼືອ​ກິນ ຂາຍ​ເປັນ​ສິນຄ້າ 110.500

ໂຕນ​ຕໍ່​ປີ ມີ 82 ຄອບຄົວ ປູກ​ຜັກ​ກະສິກຳ​ອິນ​ຊີ​ໃນ​ເນື້ອທີ່ 11,5 ເຮັກຕາ ແລະ ສາມາດນຳ​ເອົາ​ຜົນ​ຜະລິດ​ໄປ​ຂາຍ​ຢູ່​ຕະຫຼາດ

​ອິນ​ຊີ​ໄດ້​ເຖິງ 97,75 ໂຕນຕໍ່​ປີ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...