spot_img
Homeຂ່າວທ້ອງຖິ່ນກູ້ໄພ ນວ ແຈ້ງເຕືອນພົບມິດສາຊີບໃນຄາບນັກບຸນ! ເປີດບັນຊີລະດົມທຶນເຂົ້າບັນຊີຕົວເອງ

ກູ້ໄພ ນວ ແຈ້ງເຕືອນພົບມິດສາຊີບໃນຄາບນັກບຸນ! ເປີດບັນຊີລະດົມທຶນເຂົ້າບັນຊີຕົວເອງ

Published on

ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນໄດ້ແຈ້ງໃຫ້ຮູ້ວ່າ: ປັດຈຸບັນນີ້ໄດ້ມີມິດສາຊີບ, ບຸກຄົນ ແລະ ກຸ່ມຕົ້ມຕຸນຫຼອກລວງໄດ້ນຳເອົາຮູບພາບ ແລະ ຂໍ້ມູນທີ່ໜ່ວຍກູ້ໄພຂອງພວກເຮົາເຄີຍຊ່ວຍເຫຼືອທາງດ້ານມະນຸດສະທຳມາກ່ອນ (ຮູບພາບຊ່ວຍເຫຼືອຄອບຄົວທຸກຍາກ, ຜູ້ເສຍຊີວິດທີ່ມາຖານະຄອບຄົວທຸກຍາກ ແລະ ອື່ນໆ) ໄປໂພສລົງ Facebook ເພື່ອຂໍລະດົມເງິນບໍລິຈາກອີກຄັ້ງໂດຍໄດ້ແກ້ໄຂຕົວເລກບັນຊີໃນການຮັບບໍລິຈາກ ເພື່ອຫຼອກລວງເອົາເງິນຂອງບັນດາຜູ້ໃຈບຸນທັງຫຼາຍເຂົ້າບັນຊີຂອງຕົນເອງ.

ກ່ຽວກັບບັນຫາດັ່ງກ່າວນີ້ ທາງທີມງານສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນກໍ່ບໍ່ໄດ້ ນິ້ງນອນໃຈ ແລະ ໄດ້ມີການປະສານງານເຖິງເຈົ້າໜ້າທີ່ ແລະ ທະນາຄານທີ່ກ່ຽວຂ້ອງເພື່ອກວດສອບບັນຊີ ແລະ ທີ່ຢູ່ຂອງບຸກຄົນທີ່ເປີດຮັບບໍລິຈາກ ເພື່ອສືບສວນ ແລະ ນຳຕົວຜູ້ກະທຳຜິດມາດໍາເນີນຄະດີຕາມກົດໝາຍບ້ານເມືອງ.

ສະນັ້ນ, ຈຶ່ງແຈ້ງມາໃຫ້ທຸກທ່ານຈົ່ງຮັບຮູ້ ແລະ ມີສະຕິລະວັງຕົວເພີ່ມຂຶ້ນໃນການບໍລິຈາກ ແຕ່ລະຄັ້ງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...