ລາວໄດ້ວັກຊີນໂຄວິດ-19 ຈຳນວນ 564,000 ໂດຣ ພາຍໃຕ້ໂຄງການ COVAX.

ປະເທດລາວໄດ້ຮັບການຈັດສັນສັກຢາວັກຊີນ AstraZeneca Covid-19 ໃນເບື້ອງຕົ້ນໂດຍຜ່ານໂຄງ ການ COVAX.

ອີງຕາມການແຈ້ງການທີ່ລົງໃນໜ້າເຟສບຸກຂອງຫ້ອງການສະຖານທູດການາດາປະຈຳລາວ, ປະເທດລາວຈະໄດ້ຮັບວັກຊີນ AstraZeneca Covid-19 ຈຳນວນ 564,000 ໂດຣ ໂດຍຜ່ານການໃຫ້ຄຳ ໝັ້ນສັນຍາຕະຫຼາດລ່ວງໜ້າຂອງບໍລິສັດ COVAX Facility (AMC).

COVID-19 Vaccines Global Access ມີຊື່ຮຽກວ່າ COVAX  ເປັນໂຄງການລິເລີ່ມລະດັບໂລກທີ່ມີຈຸດໝາຍແມ່ນການເຂົ້າເຖິງວັກຊີນໂຄວິດ-19 ຢ່າງເທົ່າທຽມ ເຊິ່ງນຳໂດຍ Global Alliance for Vaccines and Immunization , World Health Organization, Coalition for Epidemic Preparedness Innovations ແລະ ອື່ນໆ.

ໂຄງການດັ່ງກ່າວນີ້ມີພາລະກິດໃນການສະໜັບສະໜູນວັກຊີນໃຫ້ປະເທດທີ່ມີລາຍຮັບຕໍ່າເຊັ່ນ: ປະເທດລາວ ແລະ ຊ່ວຍຢຸດຕິການລະບາດຂອງໂຣກໂຄວິດ-19 ໃຫ້ໄດ້ໄວທີ່ສຸດ.

ທີ່ຜ່ານມາ, ລາວໄດ້ເລີ່ມຊັກວັກຊີນໂຄວິດ-19ໃຫ້ກັບແພດກວ່າ 600 ຄົນ ເຊິ່ງນຳໂດຍຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງສາທາລະນະສຸກໃນທ້າຍເດືອນມັງກອນ 2021.

ລາວໄດ້ຮັບວັກຊີນໂຄວິດ-19 ຈາກ ສປ ຈີນ ຈຳນວນ 2,000 ໂດສ ໃນຂະນະທີ່ລັດຖະບານຣັດເຊຍຈັດສົ່ງວັກຊີນ “Sputnik V” Covid-19 ໃຫ້.

ລັດຖະມົນຕີກະຊວງສາທາລະນະສຸກ  ທ່ານສາດສະດາຈານ ດຣ. ບຸງກົງ ສີຫາວົງ ກ່າວວ່າ ປະເທດລາວມີຄວາມຫວັງທີ່ຈະຊັກຢາວັກຊີນໂຄວິດ-19 ໃຫ້ປະຊາຊົນ 70% ພາຍໃນປີ 2023.

ຮຽບຮຽງຂ່າວ: ພຸດສະດີ

1 COMMENT

Comments are closed.