Homeຂ່າວຕ່າງປະເທດເຮືອບິນທະຫານຝຣັ່ງໄດ້ຕັດການຈັດແຫຼ່ງຈ່າຍໄຟຂອງໝູ່ບ້ານໂດຍການບິນຕໍ່າ.

ເຮືອບິນທະຫານຝຣັ່ງໄດ້ຕັດການຈັດແຫຼ່ງຈ່າຍໄຟຂອງໝູ່ບ້ານໂດຍການບິນຕໍ່າ.

Published on

ເຮືອບິນທະຫານ 2 ລຳ ຂອງຝຣັ່ງທີ່ບິນໃກ້ໆກັບພື້ນດິນໄດ້ຕຳສາຍໄຟຟ້າ ແລະ ຕັດສາຍໄຟຟ້າໄປສູ່ບ້ານແຫ່ງໜຶ່ງໃນພາກໃຕ້ຂອງຝຣັ່ງ. ເຫດການດັ່ງກ່າວໄດ້ເກີດຂື້ນໃນຕອນບ່າຍວັນພຸດທີ່ຜ່ານມາຢູ່ບ້ານນ້ອຍໆຂອງ Le Castellet ໃກ້ກັບເຮືອບິນ Manaque. ເຮືອບິນ Rafale ທັງສອງລຳບິນອອກຈາກຖານທັບອາກາດໃກ້ຄຽງດ້ວຍທ້ຽວບິນຝຶກຄວາມສູງຕໍ່າ ມີການເປີດການສອບສວນໃນເຫດການທີ່ເກີດຂຶ້ນຍາກ.

ທ່ານເຈົ້າເມືອງໄດ້ກ່າວຕໍ່ສຳນັກຂ່າວທ້ອງຖິ່ນ France Bleu ວ່າ ຍົນໄດ້ບິນຕໍ່າຫຼາຍຈົນຂ້ອຍເວົ້າກັບຕົວເອງວ່າມັນໄປຢູ່ກ້ອງສາຍໄຟ Benoît Gouin ເຊິ່ງຂັບລົດຢູ່ໃນເວລານັ້ນກ່າວວ່າ ຕາມເສັ້ນທາງລາວເຫັນສາຍໄຟຖືກຕັດຂາດກອງເທິງພື້ນ ເຮືອບິນລຳໜຶ່ງຕໍາເສ້ນ ແລະ ຕັດມັັນ ຂ້ອຍໄດ້ໂທຫາໜ່ວຍບໍລິການສຸກເສີນທັນທີ. ການຕົກຂອງສາຍເຄເບິລເຮັດໃຫ້ເກີດໄຟໄໝ້ ແຕ່ກໍ່ຖືກຄວບຄຸມໄວ້ໄດ້ຢ່າງໄວວາ.

ໜັງ ສືພິມ La Provence ລາຍງານວ່າ ໝູ່ບ້ານນີ້ຍັງບໍ່ມີໄຟຟ້າໃຊ້ເປັນເວລາ 2 ຊົ່ວໂມງໃນຂະນະທີ່ຖະໜົນທາງເຂົ້າແມ່ນຖືກຫ້າມຜ່ານດ້ວຍເຫດຜົນດ້ານຄວາມປອດໄພ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີລາວ ພົບປະກັບ ປະທານສະພາແຫ່ງຊາດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3

ໃນຕອນບ່າຍວັນທີ 8 ມິຖຸນາ 2026, ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ແຈ້ງການມອດໄຟຟ້າຊົ່ວຄາວ ລັດວິສາຫະກິດໄຟຟ້າລາວ ນວ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ ເລີ່ມແຕ່ວັນທີ 9-14 ມິຖຸນາ 2026

​ລັດວິສາຫະກິດໄຟຟ້າລາວ (EDL) ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ສາຂານະຄອນຫຼວງວຽງຈັນ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ (ມອດໄຟ) ເພື່ອປັບປຸງ, ສ້ອມແປງລະບົບຕາໜ່າງໄຟຟ້າ ແລະ ຕິດຕັ້ງເສົາໄຟຟ້າໃໝ່ ໃຫ້ມີຄວາມປອດໄພ ແລະ ກຽມພ້ອມຮອງຮັບການຊົມໃຊ້ທີ່ດີຂຶ້ນ....

ກຽມໄປແຂ່ງຕໍ່ທີ່ຍີ່ປຸ່ນ MAZDA GB FC U12 ຄວ້າແຊ້ມ ບານເຕະເຍົາວະຊົນທີ່ອິນໂດເນເຊຍ ພ້ອມໄດ້ໄປແຂ່ງຕໍ່ຮອບສຸດທ້າຍທີ່ປະເທດຍີ່ປຸ່ນ

ເກັ່ງຫຼາຍ MAZDA GB FC ຢູ 12 ຄວ້າແຊ້ມບານເຕະເຍົາວະຊົນ ທີ່ອິນໂດເນເຊຍ ພ້ອມໄດ້ສິດບິນລັດຟ້າໄປແຂ່ງຂັນທີ່ປະເທດຍີ່ປຸ່ນ. ນ້ອງໆເຍົາວະຊົນຈາກສະໂມສອນ Mazda Laos GB FC ໂຊຊຟອງເກັ່ງຄວ້າແຊ້ມລາຍການແຂ່ງຂັນບານເຕະເຍົາວະຊົນລະດັບພາກພື້ນ...

ນາຍົກລັດຖະມົນຕີລາວ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີໄທ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຄົ້ນຫາ ແລະ ກອບກູ້ເອົາຊິວິດປະຊາຊົນທີ່ຕິດຄ້າງຢູ່ໃນຖໍ້າ

ວັນທີ 7 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ...