Homeຂ່າວພາຍ​ໃນປະຊາຊົນລັດເທັກຊັສປະເຊີນກັບຄວາມໜາວທີ່ສຸດໃນຮອບ 30ປີ ໄຟຟ້າດັບຕ້ອງຕົ້ມນໍ້າກັອກດື່ມ

ປະຊາຊົນລັດເທັກຊັສປະເຊີນກັບຄວາມໜາວທີ່ສຸດໃນຮອບ 30ປີ ໄຟຟ້າດັບຕ້ອງຕົ້ມນໍ້າກັອກດື່ມ

Published on

ວັນທີ 18 ກຸມພາ 2020 ສຳນັກຂ່າວບີບີຊີ ລາຍງານສະຖານະການພາຍຸລະດູໜາວທີ່ຮ້າຍແຮງທີ່ເກີດຂຶ້ນໃນລັດເທັກຊັສ ທາງພາກໃຕ້ຂອງອາເມລິກາຈົນເຮັດໃຫ້ໄຟຟ້າດັບເປັນວົງກວ້າງປະຊາຊົນເກືອບ 7 ລ້ານຄົນຕ້ອງຕົ້ມນໍ້າປະປາກ່ອນດື່ມ ເນື່ອງຈາກໂຮງບຳບັດນໍ້າເສຍບໍ່ມີໄຟຟ້າ.

ພາຍຸລະດູໜາວລູກໃຫຍ່ເກີດຂື້ນທົ່ວລັດເທັກຊັສ ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 21 ຄົນ, ອຸນຫະພູມອາກາດຕໍ່າເປັນປະຫວັດສາດໃນຮອບຫຼາຍກວ່າ 30 ປີ ທີ່ 0 ອົງສາ ຫຼື -18 ອົງສາ ແລະ ຫຼາຍລ້ານຄົນບໍ່ມີກະແສໄຟຟ້າ ເນື່ອງຈາກຜູ້ຄົນພະຍາຍາມຮັກສາຄວາມອົບອຸ່ນ ຈົນແຫຼ່ງງານພະລັງຂອງລັດເທັກຊັສລົ້ມລົງ.

ອຸນຫະພູມທີ່ໜາວເຢັນຍັງເຮັດໃຫ້ທໍ່ນໍ້າລະເບີດ ເຖິງແມ່ນວ່າຈະມີບາງກຸ່ມຄົນໃຊ້ຜ້າຫົ່ມຕຸ້ມທໍ່ນໍ້າໄວ້ເພື່ອປ້ອງກັນຄວາມເຢັນແລ້ວກໍ່ຕາມ.

ທ່ານ ໂທບີ ເບເກີ ຫົວໜ້າຄະນະກຳມະທິການຄຸນນະພາບສິ່ງແວດລ້ອມລັດເທັກຊັສ ລະບຸວ່າບັນຫາລະບົບນໍ້າປະປາສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 260,000 ຄົນ.

ເມື່ອຕອນບ່າຍຂອງວັນພຸດຕາມເວລາທ້ອງຖິ່ນ ໜ່ວຍງານບໍລິການອາກາດແຫ່ງຊາດອາເມລິກາ ລາຍງານວ່າ ພາຍຸລະດູໜາວທີ່ຮ້າຍແຮງທີ່ສຸດເຄື່ອນຕົວຜ່ານລັດເທັກຊັສ ແຕ່ປະຊາຊົນອາເມລິກາຫຼາຍກວ່າ 100 ລ້ານຄົນຍັງຢູ່ພາຍໃຕ້ຄຳເຕືອນອາກາດລະດູໜາວ ສວ່ນອຸນຫະພູມທີ່ຕໍ່າເປັນປະຫວັດສາດຈະສືບຕໍ່ໄປອີກຫຼາຍວັນ ໂດຍຫິມະປົກຄຸມຫຼາຍກວ່າ 71% ຂອງອາເມລິກາ.

ຮຽບຮຽງຂ່າວ: ​ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...