spot_img
Homeຂ່າວທ້ອງຖິ່ນລາວພົບຜູ້ຕິດເຊື້ອໂຄວິດເພີ່ມ 1 ຄົນ ເປັນແຮງງານມາຈາກໄທ

ລາວພົບຜູ້ຕິດເຊື້ອໂຄວິດເພີ່ມ 1 ຄົນ ເປັນແຮງງານມາຈາກໄທ

Published on

ວັນທີ​ 3​ ກຸມພາ​ 2021​ ນີ້ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 3 ກຸມພາ 2021 ວ່າ: ການເກັບຕົວຢ່າງມາກວດເພື່ອຊອກຫາຜູ້ຕິດເຊື້ອພະຍາດໂຄວິດ-19 ໃນວັນທີ 2 ກຸມພາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 330 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ເຊື້ອໃໝ່ 1 ຄົນ, ລາຍລະອຽດ ດັ່ງລຸ່ມນີ້:

  • ຜູ້ຕິດເຊື້ອນ້ຳເບີທີ 45 ເພດຍິງ, ອາຍຸ 20 ປີ, ສັນຊາດ: ລາວ, ອາຊີບ: ແມ່ບ້ານ ມາຈາກແຂວງສະມຸດປະການ, ປະເທດໄທ. ປັດຈຸບັນຢູ່ ເມືອງຊະນະສົມບູນ, ແຂວງຈຳປາສັກ ຜູ້ກ່ຽວບໍ່ມີອາການສະແດງຫຍັງອອກ.
  • ໃນວັນທີ 30 ມັງກອນ 2021 ຜູ້ກ່ຽວພ້ອມດ້ວຍໝູ່ 1 ຄົນ ໄດ້ນັ່ງລົດໂດຍສານຈາກສະຖານີໝໍຊິດ ມາ ດ່ານຊ່ອງເມັກ, ແຂວງອຸບົນລາດຊະທານີ.
  • ວັນທີ 31 ມັງກອນ 2021 ໄດ້ຂ້າມດ່ານສາກົນວັງເຕົ່າ, ແຂວງຈໍາປາສັກ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ເດີນທາງດ້ວຍລົດໂດຍສານ ທັງໝົດ 36 ຄົນ (ລວມທັງຜູ້ກ່ຽວ) ເຂົ້າຈໍາກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກໍານົດໄວ້.
  • ວັນທີ 01 ກຸມພາ 2021 ຜົນກວດວິເຄາະຂອງໂຮງໝໍແຂວງຈໍາປາສັກ ແມ່ນກວດພົບເຊື້ອ ໂຄວິດ-19 ຈຶ່ງໄດ້ສົ່ງແຍກປ່ຽວ ແລະ ນອນຕິດຕາມອາການ ຢູ່ໂຮງໝໍແຂວງຈຳປາສັກ ແລະ ໄດ້ສົ່ງຕົວຢ່າງໃຫ້ ສູນວິເຄາະ ແລະ ລະບາດວິທະຍາ ກວດຢັ້ງຢືນ, ຜົນກວດຢັ້ງຢືນວ່າພົບເຊື້ອ ໂຄວິດ-19.
  • ມີຜູ້ສຳຜັດໃກ້ຊິດທັງໝົດ 35 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ເຂົ້າຈຳກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກຳນົດໄວ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...