Homeຂ່າວພາຍ​ໃນໂຈນລັກລົດໃຈດີ! ກັບມາຫາເຈົ້າຂອງລົດຄືນ ເພາະມີເດັກນ້ອຍຢູ່ໃນລົດ ພ້ອມຕັກເຕືອນຜູ້ເປັນແມ່ ຖ້າປ່ອຍລູກໄວ້ໃນລົດອີກຈະແຈ້ງຕຳຫຼວດມາຈັບ

ໂຈນລັກລົດໃຈດີ! ກັບມາຫາເຈົ້າຂອງລົດຄືນ ເພາະມີເດັກນ້ອຍຢູ່ໃນລົດ ພ້ອມຕັກເຕືອນຜູ້ເປັນແມ່ ຖ້າປ່ອຍລູກໄວ້ໃນລົດອີກຈະແຈ້ງຕຳຫຼວດມາຈັບ

Published on

ແປກແຕ່ແມ່ນເລື່ອງແທ້ ໂຈນລັກລົດກັບມາຫາເຈົ້າຂອງ ຫຼັງຈາກເຫັນເດັກນ້ອຍ 4 ປີ ຢູ່ເບາະຫຼັງ ຍ້ອນຜູ້ເປັນແມ່ປ່ອຍໃຫ້ລູກຖ້າຄົນດຽວ ແລ້ວລົງໄປຊື້ເຄື່ອງ.

ນິວຢອກໂພສ ລາຍງານວ່າ: ເຫດການນີ້ ເກີດຂື້ນທີ່ຮ້ານຂາຍເຄື່ອງໃນ Beaverton, Oregon, ສ.ອາເມລິກາ ເມື່ອວັນທີ່ 16 ມັງກອນ 2021 ທີ່ຜ່ານມາ, ເຫດເກີດຈາກແມ່ຂອງເດັກນ້ອຍຜູ້ໜຶ່ງ ໄດ້ປ່ອຍໃຫ້ລູກຖ້າຢູ່ໃນລົດພຽງຄົນດຽວ ແລ້ວແລ່ນລົງໄປຊື້ເຄື່ອງໃນຮ້ານຄ້າ ທັງທີ່ຍັງສຽບກະແຈປະໄວ້ໃນລົດ. ເຖິງແມ່ນວ່າລົດຈະຈອດຢູ່ໃກ້ກັບຮ້ານຄ້າ ແຕ່ລາວກໍເຮັດຜິດພາດຢ່າງໃຫຍ່ ໃນເວລານັ້ນ ໂຈນໄດ້ຜ່ານມາແລ້ວເຫັນຈັງຫວະຈຶ່ງສວາຍໂອກາດໂດດຂື້ນລົດແລ້ວຂັບອອກໄປຢ່າງວ່ອງໄວ ພ້ອມກັບເດັກນ້ອຍທີ່ຢູ່ຫຼັງລົດ.

ພະນັກງານໃນຮ້ານຄ້າທີ່ເຫັນເຫດການເລົ່າວ່າ: ແມ່ຂອງເດັກນ້ອຍລົງມາຊື້ເຄື່ອງບໍ່ຮອດນາທີ ໂຈນກໍໄດ້ລັກຂັບລົດລາວອອກໄປ ແຕ່ຫຼັງຈາກນັ້ນໂຈນກໍ່ກັບມາຄືນ ເພື່ອມາສົ່ງເດັກນ້ອຍ ພ້ອມທັງສັ່ງສອນຜູ້ເປັນແມ່ວ່າ ຖ້າເທື່ອໜ້າປ່ອຍລູກໄວ້ໃນລົດອີກ ຈະແຈ້ງຕຳຫຼວດມາຈັບ ຈາກນັ້ນ ໂຈນກໍ່ຂັບລົດຂອງລາວອອກໄປ.

ແມ່ຂອງເດັກນ້ອຍກ່າວວ່າ: ”ຂ້ອຍຮູ້ສຶກຜິດ ແລະ ຂອບໃຈສຳລັບນໍ້າໃຈຂອງໂຈນ ທີ່ເອົາລູກມາສົ່ງ” ພ້ອມກັບບອກເຕີ່ມວ່າ ”ສົມຄວນແລ້ວທີ່ໂຈນເຮັດແບບນັ້ນ”

ນີ້ອາດແມ່ນເປັນບົດຮຽນສຳລັບຜູ້ເປັນແມ່ ຫຼື ຫຼາຍໆຄົນທີ່ມີເດັກນ້ອຍຂື້ນລົດນຳ ຫ້າມເດັດຂາດ ປ່ອຍໃຫ້ເດັກນ້ອຍຢູ່ໃນລົດຄົນດຽວ ເພາະເຈົ້າອາດຈະເຈີກັບເຫດການນີ້ແບບນີ້ ບາງຄັ້ງອາດເກີດເຫດລົດລ໋ອກເອງອັດຕະໂນມັດ ສົ່ງຜົນໃຫ້ເດັກນ້ອຍເກີດອັນຕະລາຍໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ກວາດລ້າງແກ້ງສະແກມເມີ ພ້ອມກັນ 6 ຈຸດ ໃນ ນວ

ເຈົ້າໜ້າທີ່ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການຄັ້ງໃຫຍ່ເຂົ້າກວດຄົ້ນ ແລະ ກວາດລ້າງກຸ່ມແກ້ງເປົ້າໝາຍສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ ພ້ອມກັນເຖິງ 6 ຈຸດ ໃນເຂດນະຄອນຫຼວງວຽງຈັນ. ໃນວັນທີ 1 ສິງຫາ...

ຊົມເຊີຍ ທັບນັກກິລາກະຕໍ້ແຂວງຈຳປາສັກ ມາແຮງຄອງແຊ້ມ 2 ລາຍການ.

ການແຂ່ງຂັນໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 185 ຄົນ ຈາກ 22 ພາກສ່ວນ ທົ່ວປະເທດ, ໂດຍແບ່ງການແຂ່ງຂັນອອກເປັນ 4 ລາຍການ ຄື: ທີມດ່ຽວຊາຍ ຮຸ່ນທົ່ວໄປ,...

ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕ້ານການຄ້າມະນຸດແບບຈິງຈັງ.

ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ສາກົນ "Trapped Behind the Scam" ຫຼື ຕິດກັບດັກຢູ່ເບື້ອງຫຼັງການຫຼອກລວງ, ທ່ານ ປອ ຄຳພັນ ພົມມະທັດ...

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...