spot_img
Homeນານາສາລະໜາວນີ້! ອາບນໍ້າແບບໃດຈຶ່ງດີຕໍ່ສຸຂະພາບ

ໜາວນີ້! ອາບນໍ້າແບບໃດຈຶ່ງດີຕໍ່ສຸຂະພາບ

Published on

ການອາບນໍ້າເຖິງຈະເປັນເລື່ອງງ່າຍໆ ແຕ່ກໍ່ເປັນສິ່ງທີ່ທ່ານບໍ່ຄວນເບິ່ງຂ້າມ ການເລືອກອຸນຫະພູມຂອງນໍ້າທີ່ເໝາະສົມໃນສະຖານະການຕ່າງໆ ນອກຈາກຈະເຮັດໃຫ້ສຸຂະພາບຜິວດີແລ້ວ ຍັງເຮັດໃຫ້ຮ່າງກາຍແຂງແຮງບໍ່ເຈັບປ່ວຍງ່າຍອີກດ້ວຍ.

ອີງຕາມຂໍ້ມູນຈາກເວັບໄຊ sanook ໃຫ້ຮູ້ວ່າ ການອາບນໍ້າເຢັນແມ່ນຈະຊ່ວຍເຮັດໃຫ້ຮ່າງກາຍສົດຊື່ນ, ເຮັດໃຫ້ອາລົມດີ ຊ່ວຍໃນການເຜົາຜານໄຂມັນ ເສີມສ້າງພູມຕ້ານທານ ເຮັດໃຫ້ຜິວຂອງທ່ານລຽບນຽນ ບໍ່ຫຍາບ ແລະ ຍັງສາມາດຊ່ວຍຮັກສານໍ້າເພື່ອບຳລຸງຜິວເມື່ອທຽບກັບນໍ້າຮ້ອນ ແຕ່ໃນໄລຍະອາກາດເຢັນ ການອາບນໍ້າເຢັນໆອາດຈະເຮັດໃຫ້ການໄຫຼວຽນຂອງເລືອດບໍ່ສະດວກ ແລະ ອາດເກີດອາການຊັອກໜາວໄດ້.

ການອາບນໍ້າອຸ່ນຈະຊ່ວຍໃຫ້ຮ່າງກາຍຂອງທ່ານຜ່ອນຄາຍ ສິ່ງນີ້ຈະຊ່ວຍໃຫ້ທ່ານອາບນໍ້າໄດ້ຢ່າງສະບາຍແລະ ຍັງຊ່ວຍລ້າງຝຸ່ນໃຫ້ສະອາດ. ເພາະນໍ້າອຸ່ນຈະຊ່ວຍເປີດຮູຂຸມຂົນຫຼາຍກ່ວາການອາບນໍ້າເຢັນ, ມັນຍັງຈະຊ່ວຍຫຼຸດອາການບວມຂອງຮ່າງກາຍ. ຊ່ວຍໃຫ້ລະບົບໝູນວຽນເລືອດໄດ້ດີ. ແຕ່ຖ້າທ່ານອາບນໍ້າອຸ່ນເປັນເວລາດົນຈະເຮັດໃຫ້ຜິວໜັງຂາດຄວາມຊຸ່ມຊື່ນ, ເຮັດໃຫ້ຜິວໜັງແຫ້ງ ແລະ ຫຍາບ, ຖ້າທ່ານຫາກໍ່ອອກກຳລັງກາຍແລ້ວໃໝ່ໆບໍ່ຄວນອາບນໍ້າອຸ່ນເພາະອາດເຮັດໃຫ້ຮ່າງກາຍສູນເສຍນໍ້າ ແລະ ເກີດຄວາມອິດເມື່ອຍຫຼາຍກວ່າເກົ່າ.

ດັ່ງນັ້ນ, ການອາບນໍ້າເພື່ອໃຫ້ສຸຂະພາບດີ ແມ່ນການເລືອກອາບນໍ້າເຢັນໃນຕອນເຊົ້າເພື່ອໃຫ້ຮ່າງກາຍທ່ານຮູ້ສຶກຕື່ນຕົວ ແລະ ເລືອກອາບນໍ້າອຸ່ນໃນຕອນແລງ ຫຼື ຕອນກາງຄືນ ເພື່ອຜ່ອນຄາຍຮ່າງກາຍ, ນອນຫຼັບດີ ຫຼື ບາງຄົນອາດຈະເລືອກອາບນໍ້າອຸ່ນກ່ອນເພື່ອເປີດຮູຂຸມຂົນໄດ້ດີຊ່ວຍໃນການລ້າງສິ່ງສົກກະປົກໃນຮ່າງກາຍ ແລ້ວຈຶ່ງອາບນໍ້າດ້ວຍນໍ້າເຢັນ ເພື່ອຄືນຄວາມສົດຊື່ນ ມີຊີວິດຊີວາ.

ແນວໃດກໍ່ຕາມ, ບໍ່ວ່າທ່ານຈະເລືອກອາບນໍ້າອຸ່ນ ຫຼື ນໍ້າເຢັນ ກໍ່ຄວນຄຳນຶງເຖິງສະພາບດິນຟ້າອາກາດ ແລະ ສະພາບແວດລ້ອມໃນເວລານັ້ນກ່ອນ ເພື່ອໃຫ້ເໝາະສົມກັບອຸນຫະພູມຂອງຮ່າງກາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...