spot_img
Homeຂ່າວຕ່າງປະເທດຈີນບໍ່ຍອມໃຫ້ຊ່ຽວຊານ WHO ເຂົ້າປະເທດເພື່ອກວດສອບຕົ້ນກຳເນີດໂຄວິດ-19

ຈີນບໍ່ຍອມໃຫ້ຊ່ຽວຊານ WHO ເຂົ້າປະເທດເພື່ອກວດສອບຕົ້ນກຳເນີດໂຄວິດ-19

Published on

ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ WHO ທ່ານ ທີໂດຣສ ອັດຮານອມ ກ່າວວ່າທ່ານຮູ້ສຶກຜິດຫວັງຫຼາຍ ຈີນບໍ່ໄດ້ອະນຸມັດໃຫ້ຄະນະຊ່ຽວຊານສາກົນຄົ້ນຄວ້າຫາສາເຫດຂອງໂຄວິດ-19.

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທີມຜູ້ຊ່ຽວຊານທັງໝົດ 10 ຄົນມີແຜນເດີນທາງເຂົ້າໄປເຮັດວຽກໃນຕົ້ນເດືອນມັງກອນ 2021 ແລະ ມີພາລະກິດສອບສວນຜູ້ຕິດເຊື້ອໂຄວິດ-19 ກໍລະນີທຳອິດຂອງໂລກ ເຊິ່ງພົບໃນເມືອງອູຮັ່ນຄັ້ງທຳອິດ.

ທ່ານ ໂດຣສກ່າວວ່າ “ພວກເຮົາຫາກໍ່ຮູ້ໃນມື້ນີ້ວ່າ ທາງລັດຖະບານຈີນບໍ່ອະນຸມັດໃຫ້ທີມງານເຂົ້າປະເທດ ຂ້ອຍໄດ້ລົມກັບເຈົ້າໜ້າທີ່ລະດັບສູງຂອງຈີນ ແລະ ຢືນຢັນວ່າພາລະກິດນີ້ເປັນເລື່ອງຈຳເປັນຂອງອົງການອານາໄມໂລກ”.

ພາລະກິດນີ້ອາດຈະນຳໂດຍທ່ານ ປີເຕີ ເບນ ເອັມບາເຣັກ ຜູ້ຊ່ຽວຊານດ້ວຍໂຣກຕິດຕໍ່ຈາກສັດສູ່ຄົນຂອງອົງການອານາໄມໂລກ ແລະ ເຄີຍເຂົ້າໄປເຮັດພາລະກິດໃນປະເທດຈີນ ເມື່ອເດືອນກໍລະກິດທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ຈີນໄດ້ກວດກາຕົ້ນກຳເນີດຂອງ ໂຄວິດ-19 ແລະກ່າວວ່າການສຶກສາຫຼາຍໆຄັ້ງຊີ້ໃຫ້ເຫັນວ່າ ການລະບາດໄດ້ເກີດຂື້ນໃນຫຼາຍພື້ນທີ່.

ຮຽບຮຽງຂ່າວ: ພດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...