spot_img
Homeຂ່າວຕ່າງປະເທດຫວຽດນາມພົບຜູ້ຕິດເຊື້ອໂຄວິດສາຍພັນໃໝ່ກໍລະນີທຳອິດໃນປະເທດ

ຫວຽດນາມພົບຜູ້ຕິດເຊື້ອໂຄວິດສາຍພັນໃໝ່ກໍລະນີທຳອິດໃນປະເທດ

Published on

ສໍານັກຂ່າວຕ່າງປະເທດ ລາຍງານໃຫ້ຮູ້ວ່າ ສາທາລະນະສຸກຫວຽດນາມລາຍງານວ່າ ພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ສາຍພັນໃໝ່ກໍລະນີທໍາອິດໃນປະເທດ ເຊິ່ງເປັນສາຍພັນດຽວກັນທີ່ລະບາດໃນອັງກິດ.

ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເປັນເພດຍິງໄວອາຍຸ 44ປີ ທີ່ເດີນທາງກັບຈາກປະເທດອັງກິດ ໂດຍໄດ້ກັກຕົວທັນທີເດີນທາງເຖິງຫວຽດນາມ ແລະ ໄດ້ຮັບການຢືນຢັນວ່າຕິດເຊື້ອໃນວັນທີ 24 ທັນວາ 2020 ໂດຍການກວດຫາເຊື້ອໄວຣັສພົບວ່າເປັນສາຍພັນໃໝ່ທີ່ກຳລັງແຜ່ລະບາດໃນອັງກິດ.

ປັດຈຸບັນ, ຫວຽດນາມມີຍອດຜູ້ຕິດເຊື້ອໂຄວິດ-19 ສະສົມ 1,474 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...