spot_img
Homeຂ່າວຕ່າງປະເທດປະທານາທິບໍດີຝຣັ່ງຕິດເຊື້ອໂຄວິດ-19 ແຕ່ຍັງປະຕິບັດໜ້າທີ່ໃນສະຖານກັກຕົວ

ປະທານາທິບໍດີຝຣັ່ງຕິດເຊື້ອໂຄວິດ-19 ແຕ່ຍັງປະຕິບັດໜ້າທີ່ໃນສະຖານກັກຕົວ

Published on

ເຈົ້າໜ້າທີ່ລະດັບສູງໃນສະຫະພາບເອີຣົບ ແລະ ຜູ້ນຳຫຼາຍປະເທດເຂົ້າສູ່ຂະບວນການກັກຕົວ ຫຼັງລັດຖະບານຍີ່ປຸ່ນຢືນຢັນວ່າ ທ່ານ ເອມມານູເອລ ມາຄົງ ປະທານາທິບໍດີຝຣັ່ງຕິດເຊື້ອໂຄວິດ-19.

ສຳນັກຂ່າວ BBC ລາຍງານໃຫ້ຮູ້ວ່າ ທ່ານ ເອມມານູເອລ ມາຄົງ ເຂົ້າປະຊຸມຮ່ວມກັບເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດຝັ່ງ ຜ່ານລະບົບເທເລຄອນເຟີເຣນຊ໌ ເມື່ອວັນພະຫັດແທນການເຂົ້າຮ່ວມຫາລດ້ວຍຕົວເອງ ເນື່ອງຈາກຕິດໂຄວິດ-19.

ລັດຖະບານຝຣັ່ງລາຍງານວ່າ ປະທານາທິບໍດີ ມາຄົງ ໄດ້ກັກຕົວເປັນເວລາ 7 ວັນຕາມລະບຽບປະຕິບັດຂອງຝຣັ່ງ ແລະ ຍັງປະຕິບັດໜ້າທີ່ຕາມປົກກະຕິໃນສະຖານກັກຕົວ.

ດ້ານໜ່ວຍງານສາທາລະນະສຸກໄດ້ຕິດຕາມຜູ້ສຳພັດໃກ້ຊິດກັບຜູ້ນຳຝຣັ່ງໃນໄລຍະນີ້ໃຫ້ເຂົ້າຮັບການກວດ ແລະ ກັກຕົວ ເຊິ່ງຜູ້ນຳຝຣັ່ງໄດ້ສຳພັດມືກັບທ່ານ ໂອເຊ ອັງເກີລ ກູຣ໌ເຣຍ ເລຂາທີການອົງການເພື່ອຄວາມຮ່ວມມື ແລະ ການພັດທະນາເສດຖະກິດ ໃນລະຫວ່າງພົບກັນທີ່ນະຄອນຫຼວງປາຣີສ ເມື່ອຕົ້ນອາທິດນີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...