spot_img
Homeຂ່າວຕ່າງປະເທດໂຄວິດ-19 ກາຍພັນແລ້ວເຖິງ 7 ສາຍພັນ ຕອນນີ້ "ສາຍພັນ G" ກຳລັງລະບາດທົ່ວໂລກ.

ໂຄວິດ-19 ກາຍພັນແລ້ວເຖິງ 7 ສາຍພັນ ຕອນນີ້ “ສາຍພັນ G” ກຳລັງລະບາດທົ່ວໂລກ.

Published on

ນັກວິທະຍາສາດຕາມສຶກສາເຊື້ອໂຄວິດ-19 ພົບການພັນແລ້ວເຖິງ 7 ສາຍພັນ ຫຼັງເກີດການລະບາດຂ້າມປີ, ທົ່ວໂລກມີຍອດຕິດເຊື້ອທົ່ວໂລກ 73,760,333 ຄົນ ແລະ ເສຍຊີວິດ 1,640,046 ຄົນ, ຕອນນີ້ສາຍພັນ G ກຳລັງລະບາດທົ່ວໂລກ.

ເມື່ອວັນທີ 10 ທັນວາ ທີ່ຜ່ານມາ ສຳນັກຂ່າວຣອຍເຕີ ລາຍງານ ການພັດທະນາການຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 ຫຼື ໂຄວິດ-19 ທີ່ລະບາດໃຫຍ່ທົ່ວໂລກ ຫຼັງຈາກເລີ່ມແຜ່ລະບາດທີ່ເມືອງອູ່ຮັ່ນ ມົນທົນຫູເປີ່ຍ ຂອງຈີນ ຕັ້ງແຕ່ທ້າຍປີ 2019 ເຮັດໃຫ້ທົ່ວໂລກມີຍອດຜູ້ເສຍຊີວິດ 1.5 ລ້ານຄົນ ເຊື້ອໂຄວິດ-19 ມີການກາຍພັນແລ້ວເຖິງ 7 ສາຍພັນ ເພື່ອມັນຕ້ອງປັບຕົວໃຫ້ເຂົ້າກັບສະພາບຮ່າງກາຍຂອງມະນຸດ.

ການຕິດຕາມ ແລະ ທຳຄວາມເຂົ້າໃຈໃນການປ່ຽນແປງເຫຼົ່ານີ້ຂອງໄວຣັສ ຖືເປັນເລື່ອງສຳຄັນໃນການພັດທະນາກົນລະຍຸດເພື່ອຕໍ່ສູ້ກັບໂຣກໂຄວິດ-19.

ຣອຍເຕີໄດ້ວິເຄາະຕົວຢ່າງຂອງຢີນກວ່າ 185,000 ຢືນຈາກ Initiative on Sharing All Influenza Data (GISAID) ເຊິ່ງເປັນຖານຂໍ້ມູນຂອງຢີນເຊື້ອໂຄວິດ-19 ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ສະແດງໃຫ້ເຫັນເຖິງວິທີການທີ່ສາຍພັນສຳຄັນຂອງເຊື້ອໂຄວິດ-19 ໄດ້ປ່ຽນແປງໄປຕາມເວລາ.

ສາຍພັນດັ່ງເດີມຂອງເຊື້ອໂຄວິດ-1 ທີ່ພົບການລະບາດຄັ້ງທຳອິດໃນເມືອງອູ່ຮັ່ນ ເມື່ອເດືອນທັນວາ 2019 ເປັນສາຍພັນ L ຈາກນັ້ນ ເຊື້ອໄດ້ກາຍພັນເປັນສາຍພັນ S ເມື່ອຕົ້ນປີ 2020 ຕໍ່ມາໄດ້ກາຍພັນເປັນສາຍພັນ V ແລະ G ເຊິ່ງສາຍພັນ G ຍັງກາຍພັນໄປເປັນສາຍພັນ GR, GH ແລະ GV ສ່ວນການກາຍພັນທີ່ບໍ່ພົບເຫັນຫຼາຍແມ່ນຖືກຈັດລວມເຂົ້າກັນເປັນສາຍພັນ O.

ປັດຈຸບັນ, ໂຄວິດ-19 ສາຍພັນ G ໄດ້ລະບາດທົ່ວໂລກ ເຊິ່ງກາຍພັນທີ່ສະເພາະຄັ້ງໜຶ່ງທີ່ຮຽກວ່າ D614G ໄດ້ກາຍເປັນສາຍພັນແຕກຕ່າງທີ່ພົບຫຼາຍທີ່ສຸດ ໃນຂະນະທີ່ນັກວິທະຍາສາດຍັງມີຄວາມເຫັນບໍ່ຕົງກັນວ່າເຊື້ອໂຄວິດສາຍພັນ D614G ສາມາດລະບາດໄດ້ງ່າຍຂຶ້ນ ເພາະຜົນຈາກການສຶກສາອື່ນໆ ຍັງມີຄວາມຂັດແຍ້ງໃນເລື່ອງນີ້ຢູ່ ສ່ວນການກາຍພັນຂອງເຊື້ອໂຄວິດ-19 ເມື່ອມໍ່ໆນີ້ ຄື: ສາຍພັນ GV ເຊິ່ງປັດຈຸບັນໄດ້ເປັນສາຍພັນທີ່ຖືກແຍກໄປລະບາດໃນເອີຣົບ ເຊິ່ງຜູ້ຊ່ຽວຊານຍັງບໍ່ແນ່ໃຈວ່າເຊື້ອໂຄວິດສາຍພັນ GV ເຂົ້າມາລະບາດໃນເອີຣົບໄດ້ແນວໃດ.

ເຖິງຢ່າງໃດກໍ່ຕາມ, ການປ່ຽນແປງຂອງເຊື້ອໂຄວິດ-19 ທຸກສາຍພັນຍັງບໍ່ສາມາດຕໍ່ຕ້ານລິດຢາວັກຊີນທີ່ກຳລັງພັດທະນາໄດ້ເທື່ອ ສິ່ງທີ່ນັກວິທະຍາສາດຢາກເຮັດຄືການພະຍາຍາມເຮັດໃຫ້ການລະບາດຂອງ ໂຄວິດ-19 ຊ້າລົງ, ເພາະວ່າຖ້າສາຍພັນຂອງ ໂຄວິດ-19 ມີ ມີການປ່ຽນແປງເລື້ອຍໆ ໂດຍສະເພາະແມ່ນບໍລິເວນ ໜາມໂປຣຕິນຮອບເຊລ ໂຄວິດ-19 ອາດຈະຕໍ່ຕ້ານກັບວັກຊີນໄດ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...