Homeຂ່າວພາຍ​ໃນເລື່ອນການຈັດງານ VangVieng fast 2020 ໄປກ່ອນຈົນກວ່າຈະມີຄວາມພ້ອມ

ເລື່ອນການຈັດງານ VangVieng fast 2020 ໄປກ່ອນຈົນກວ່າຈະມີຄວາມພ້ອມ

Published on

ວັນທີ 16 ທັນວາ 2020​ ແຈ້ງການ​ເຖິງທ່ານເຈົ້າແຂວງ ແຂວງວຽງຈັນ ໂດຍອີງຕາມທິດຊີ້ນໍາຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແມ່ນເຫັນດີໃຫ້ເລື່ອນການຈັດງານ VangVieng fast 2020 ໄປກ່ອນເນື່ອງຈາກການຈັດງານດັ່ງກ່າວ ມີຄວາມສ່ຽງສູງຕໍ່ການແຜ່ລະ ບາດຂອງເຊື້ອພະຍາດໂຄວິດ-19, ເຊິ່ງໃນໄລຍະນີ້ພະຍາດດັ່ງກ່າວໄດ້ແຜ່ລະບາດເຂົ້າມາເຂດຊາຍແດນ ທາງພາກເໜືອຂອງລາວ ແລະ ມີການແຜ່ລະບາດຢູ່ບັນດາປະເທດໃກ້ຄຽງ, ສະນັ້ນ, ຈຶ່ງມອບໃຫ້ທາງແຂວງສົມທົບກັບ ບໍລິສັດ ສາມາດ ອີເວັນ ອໍແກນນາຍເຊີ້ ຄົ້ນຄວ້າເລື່ອນການຈັດງານໄປກ່ອນຈົນກວ່າຈະມີຄວາມພ້ອມ ແລະ ຮັບປະກັນຄວາມປອດໄພ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...