spot_img
Homeຂ່າວຕ່າງປະເທດອັງກິດເປັນປະເທດທຳອິດທີ່ອະນຸ ຍາດໃຫ້ໃຊ້ວັກຊີນໂຄວິດ-19

ອັງກິດເປັນປະເທດທຳອິດທີ່ອະນຸ ຍາດໃຫ້ໃຊ້ວັກຊີນໂຄວິດ-19

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ອັງກິດກາຍເປັນປະເທດທຳອິດໃນໂລກທີ່ມີການອະນຸມັດວັກຊີນໂຄວິດ-19 ຂອງບໍລິສັດ Pfizer-BioNTech ເຊິ່ງມີປະສິດທິພາບໃນການປ້ອງກັນໂຣກໂຄວິດ-19 ໄດ້ສູງເຖິງ 95% ໂດຍໜ່ວຍງານ ຂອງອັງກິດລະບຸວ່າ ຈະສາມາດເລີ່ມຊັກວັກຊີນດັ່ງກ່າວໄດ້ຕັ້ງແຕ່ອາທິດໜ້າເປັນຕົ້ນໄປ ແລະ ຈະເລີ່ມຕົ້ນຊັກໃຫ້ກັບກຸ່ມທີ່ມີຄວາມສ່ຽງຫຼາຍທີ່ສຸດ.

ອັງກິດໄດ້ສັ່ງວັກຊີນກວ່າ 40 ລ້ານໂດສ ເຊິ່ງສາມາດຊັກໃຫ້ປະຊາຊົນໄດ້ 20 ລ້ານຄົນ ວັກຊີນຂອງບໍລິສັດ Pfizer-BioNTech ຖືເປັນວັກຊີນຕົວທຳອິດທີ່ປະສົບຄວາມສຳເລັດ ເຊິ່ງໃຊ້ເວລາພັດທະນາ 10 ເດືອນ.

ເຖິງແມ່ນວ່າການຊັກວັກຊີນແລ້ວ ແຕ່ປະຊາຊົນອັງກິດກໍ່ຍັງຕ້ອງປະຕິບັດການຮັກສາໄລຍະຫ່າງທາງສັງຄົມ, ການໃສ່ໜ້າກາກອານາໄມ, ການກວດຫາເຊື້ອໃນກຸ່ມສ່ຽງ ແລະ ການກັກຕົວ ເພື່ອຢັບຢັ້ງການລະບາດຂອງໂຣກໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...