Homeຂ່າວທ້ອງຖິ່ນແຈ້ງເຕືອນໄພ ພາຍຸໝຸນເຂດຮ້ອນ ວາມກໍ ວັນທີ 14-17 ພະຈິກ 2020

ແຈ້ງເຕືອນໄພ ພາຍຸໝຸນເຂດຮ້ອນ ວາມກໍ ວັນທີ 14-17 ພະຈິກ 2020

Published on

ກົມອຸຕຸນິຍົມ ແລະ ອຸທົກະສາດ ໄດ້ອອກແຈ່້ງເຕືອນໄພພາຍຸໝຸນເຂດຮ້ອນ ວາມກໍ ຫົວທີ່ 22 ປະຈໍາປີ 2020 ໃນເຂດດ້ານຕາເວັນຕົກຂອງ ມະຫາສະໝຸດປາຊີຟິກຕອນເໜືອ, ເຊິ່ງໃນເວລາ 07 ໂມງ 30 ນາທີ ຂອງວັນທີ 12 ພະຈິກ 2020 ມີຈຸດສູນ ກາງຢູ່ເສັ້ນຂະຫນານທີ່ 15.2 ອົງສາເຫນືອ ແລະ ເສັ້ນ ແວງທີ່ 19.7 ອົງສາຕາເວັນອອກ ພວມເຄື່ອນທີ່ມາ ທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລ ແມັດຕໍ່ ຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງ ພະຍຸ ແມ່ນ 108 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນກາງຄືນຂອງວັນທີ 14 ພະຈິກ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກກາງ ຫາ ພາກເຫນືອດ້ານຕາເວັນອອກຂອງ ສປປ ລາວ ໃນໄລຍະວັນທີ 15-16 ພະຈິກ 2020 ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບ ປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກເຫນືອດ້ານຕາເວັນອອກ ໃນໄລຍະວັນທີ 14-17 ພະຈິກ 2020.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງ ເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບຸນ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກ ແລະ ລົມພັດແຮງ ພ້ອມນີ້ໃຫ້ກະກຽມເກັບມ້ຽນ ຜົນລະປູກໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການ ແຈ້ງເຕືອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...