spot_img
Home​ຂ່າວທ່ອງທ່ຽວສປ ຈີນ ຍົກເວັ້ນພາສີນໍາເຂົ້າສິນຄ້າລາວ 0% ໃນຈໍານວນ 97% ຂອງລາຍການສິນຄ້າທັງໝົດ

ສປ ຈີນ ຍົກເວັ້ນພາສີນໍາເຂົ້າສິນຄ້າລາວ 0% ໃນຈໍານວນ 97% ຂອງລາຍການສິນຄ້າທັງໝົດ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ຄະນະກໍາມະການຄຸ້ມຄອງອັດຕາພາສີ ປະຈໍາສະພາແຫ່ງຊາດ ສປ ຈີນ ໄດ້ອອກນະໂຍບາຍຫຼຸດຜ່ອນອັດຕາພາສີ ດ້ວຍການເກັບພາສີ 0% ໃນຈໍານວນ 97% ລາຍການສິນຄ້າທັງໝົດ ຂອງ ສປປ ລາວ ຕາມທີ່ໄດ້ໃຫ້ສັດຕະຍາບັນ.

ເວັບໄຊສູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍວ່າ: ອີງຕາມແຫຼ່ງຂ່າວເວັບໄຊ ກົມພາສີ ໃຫ້ຮູ້ວ່າ ຄະນະກໍາມະການຄຸ້ມຄອງອັດຕາພາສີປະຈໍາສະພາແຫ່ງຊາດ ສປ ຈີນ ໄດ້ອອກແຈ້ງການເລກທີ 9.2019 ເພື່ອຫຼຸດຜ່ອນອັດຕາພາສີ 0% ໃຫ້ກັບສິນຄ້າຂອງສປປ ລາວ ກວມເອົາ 97% ຫຼື 8.256 ລາຍການສິນຄ້າທັງໝົດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ທັນວາ 2020 ເປັນຕົ້ນໄປ.

ສປປ ລາວ ຖືວ່າຍັງເປັນປະເທດດ້ອຍພັດທະນາ ມີລະບົບການຜະລິດຍັງບໍ່ເຂັ້ມແຂງ, ຄວາມສາມາດໃນການແຂ່ງຂັນຍັງອ່ອນແອ ການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຈາກ ສປ ຈີນ ທີ່ເປັນປະເທດກໍາລັງຈະກາຍເປັນມະຫາອໍານາດທາງດ້ານເສດຖະກິດ ຫຼື ເວົ້າອີກຢ່າງໜຶ່ງ ແມ່ນກໍາລັງຈະກາຍເປັນປະເທດທີ່ມີຂະໜາດເສດຖະກິດທີີ່ໃຫຍ່ທີ່ສຸດໃນໂລກ ທັງຍັງປະເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ. ສປປ ລາວ ແລະ ສປ ຈີນ ຍັງເປັນເພື່ອນບ້ານທີ່ດີຕໍ່ກັນ ມີການຮ່ວມມືຮອບດ້ານ, ຜົນເດັ່ນດ້ານການຮ່ວມມືສ້າງພື້ນຖານໂຄງລ່າງ ແມ່ນການຮ່ວມມືສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ລະຫວ່າງສອງປະເທດ ແລະ ເຊື່ອມຕໍ່ໄປຍັງບັນດາປະເທດອາຊຽນ, ການສ້າງທາງດ່ວນແຕ່ເໜືອຮອດໃຕ້, ໂຄງການພະລັງງານໄຟຟ້າ ແລະ ອື່ນໆ.

ການໄດ້ຮັບສິດທິພິເສດຫຼຸດຜ່ອນອັດຕາພາສີ 0% ບວກກັບລະບົບການຂົນສົ່ງທີ່ກໍາລັງໄດ້ຮັບການກໍ່ສ້າງໃຫ້ສະດວກ ແລະ ທັນສະໄໝ ມັນເປັນໂອກາດທີ່ດີເລີດໃຫ້ ສປປ ລາວ ຫຼື ປະຊາຊົນລາວ ທີ່ມີຄວາມດຸໝັ້ນຂະຫຍັນພຽນຢູ່ແລ້ວ ໃນການສ້າງສາພັດທະນາປະເທດຊາດ ຄວນຈັບເອົາໂອກາດນີ້ ຂຸ່ນຂ້ຽວສ້າງຄວາມເຂັ້ມແຂງດ້ານການຜະລິດສິນຄ້າໃຫ້ມີຄຸນນະພາບສູງ ເພື່ອສົ່ງສິນຄ້າໄປຍັງ ສປ ຈີນ ໂດຍສະເພາະແມ່ນສິນຄ້າທີ່ ປະເທດເຮົາມີທ່າແຮງ ແລະ ຄຽງຄູ່ກັບສິນຄ້າທີ່ ສປ ຈີນ ມີຄວາມຕ້ອງການ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...